ມຊ ສຳເລັດການສົ່ງນັກສຶກສາເຂົ້າຮ່ວມໂຄງການອາສາສະໝັກຕະລຸມບອນ ສອນບຳລຸງນັກຮຽນເຂດຫ່າງໄກສອກຫຼີກ 14 ໂຮງຮຽນ

ໂຄງການອາສາສະໝັກຕະລຸມບອນ ສອນບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ເປັນການຮ່ວມມືລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະກີລາ ສົມທົບກັບ ສະຫະພັນແມ່ຍິງ, ສະຫະພັນກຳມະບານ ກະຊວງສຶກສາທິການ ແລະກີລາ, ພ້ອມດ້ວຍ ຄຊປປລ ແຂວງ/ເມືອງ, ຄຊປປລ ພະແນກສຶກສາທິການ ແລະກີລາ ແຂວງ/ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງ, ໄດ້ຮ່ວມກັນຄົ້ນຄວ້າສ້າງໂຄງການດັ່ງກ່າວ, ເພື່ອເຮັດໃຫ້ບັນລຸເປົ້າໝາຍຕາມແຜນພັດທະນາຂະແໜງການສຶກສາ ແລະກີລາ ຄັ້ງທີ IX ໃນໄລຍະແຕ່ປີ 2020-2025 ໃຫ້ມີຜົນສຳເລັດ.

ໂຄງການດັ່ງກ່າວ ແມ່ນໄດ້ຄັດເລືອກອາສາສະໝັກຕົວແທນຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະຊາວໜຸ່ມວິທະຍາໄລອ້ອມຂ້າງ, ຄະນະຊາວໜຸ່ມຮາກຖານສຳນັກງານ ແລະຄະນະຊາວໜຸ່ມວິທະຍາໄລຮາກຖານເອກະຊົນຈຳນວນ 30 ສະຫາຍ.  ແລະຄັດເລືອກເອົາ 20 ສະຫາຍ ຈາກເຂດທ້ອງຖິ່ນສົມທົບກັນ ເຊິ່ງມີຈຸດປະສົງຫຼັກເພື່ອບຳລຸງນັກຮຽນຊັ້ນປະຖົມສຶກສາຂັ້ນ ປ.3, ປ.4 ແລະ ປ.5 ໃນ 3 ວິຊາຄື: ພາສາລາວ, ຄະນິດສາດ ແລະຄຸນສົມບັດ-ໂລກອ້ອມຕົວເຮົາ. ເພື່ອປູກຈິດສຳນຶກ ແລະສ້າງຂະບວນການຂອງອາສາສະໝັກ 3 ອົງການຈັດຕັ້ງມະຫາຊົນ ໃນແຕ່ລະຂັ້ນ; ໄດ້ດຳເນີນການຮຽນ-ການສອນ, ການເຄື່ອນໄຫວກິດຈະກຳຕ່າງໆພາຍໃນຫ້ອງຮຽນ ແລະນອກຫ້ອງຮຽນ ແນ່ໃສ່ສ້າງສະພາບແວດລ້ອມທີ່ດີພາຍໃນໂຮງຮຽນ ແລະຊຸມຊົນ ພ້ອມທັງປຸກລະດົມຊຸມຊົນໃຫ້ມີສ່ວນຮ່ວມໃນການພັດທະນາການສຶກສາ ແລະກີລາ ໃນເຂດຫ່າງໄກສອກຫຼີກໃຫ້ດີຂຶ້ນເທື່ອລະກ້າວ.

ສ່ວນເປົ້າໝາຍຂອງໂຄງການ ມີໂຮງຮຽນທັງໝົດ 14 ແຫ່ງ ໃນຈຳນວນ 5 ແຂວງດັ່ງຕໍ່ໄປນີ້: ເມືອງສຳພັນ ແຂວງຜົ້ງສາລີ 2 ແຫ່ງຄື: ໂຮງຮຽນປະຖົມສົມບູນນໍ້າລີ, ໂຮງຮຽນປະຖົມສົມບູນມົກກົກຫຼວງ; ເມືອງຊຳໃຕ້ ແຂວງຫົວພັນ ມີ 4 ແຫ່ງຄື: ໂຮງຮຽນປະຖົມສົມບູນນໍ້າບົງ, ໂຮງຮຽນປະຖົມສົມບູນຜານົກແຊວ, ໂຮງຮຽນປະຖົມສົມບູນນໍ້າໄຕ ແລະໂຮງຮຽນປະຖົມສົມບູນພາງເຜືອ; ເມືອງລ່ອງແຈ້ງ ແຂວງໄຊສົມບູນ ມີ 2 ແຫ່ງຄື: ໂຮງຮຽນປະຖົມສົມບູນນໍ້າຊານ ແລະໂຮງຮຽນປະຖົມສົມບູນຊໍາທອງ; ເມືອງນອງ ແຂວງສະຫວັນນະເຂດ ມີ 3 ແຫ່ງຄື: ໂຮງຮຽນປະຖົມສົມບູນແກງລີ້ນ, ໂຮງຮຽນປະຖົມສົມບູນດັງອາໄລເກົ່າ ແລະ ໂຮງຮຽນປະຖົມສົມບູນຄຳລວງ; ເມືອງດາກຈຶງ ແຂວງເຊກອງ ມີ 3 ແຫ່ງຄື: ໂຮງຮຽນປະຖົມສົມບູນດາກຕາອອກໃຫຍ່, ໂຮງຮຽນປະຖົມສົມບູນອາປຸນ ແລະໂຮງຮຽນປະຖົມສົມບູນດັງເຢີບ.        

ສ່ວນກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດມີທັງໝົດ 9 ກິດຈະກຳ ໂດຍນໍາໃຊ້ງົບປະມານ 499.645.000 ກີບ. ນອກຈາກນັ້ນ, ຍັງມີງົບປະມານຈາກການສົມທົບທຶນຂອງທ້ອງຖິ່ນຈຳນວນໜຶ່ງໃນການລົງຕິດຕາມຊຸກຍູ້ຄັ້ງນີ້ ຄື: ກອງປະຊຸມປຶກສາຫາລືການສ້າງເຄື່ອງມື, ເນື້ອໃນ ແລະເງື່ອນໄຂການຄັດເລືອກອາສາສະໝັກ ເພື່ອນຳໃຊ້ເຂົ້າໃນໂຄງການ. ໄລຍະເວລາຂອງການດຳເນີນໂຄງການແມ່ນໄດ້ເລີ່ມ  ດຳເນີນການຄັດເລືອກອາສາສະໝັກແຕ່ວັນທີ 15-19 ກໍລະກົດ 2021;  ລົງເກັບຂໍ້ມູນຢູ່ 5 ເມືອງໃນ 5 ແຂວງເປົ້າໝາຍຂອງໂຄງການແຕ່ ວັນທີ 12-22 ກໍລະກົດ 2021 ແລະໃນວັນທີ 29-31 ກໍລະກົດ 2021 ໄດ້ຈັດກອງປະຊຸມໃຫ້ຄູ ແລະນັກສຶກສາອາສາສະໝັກຂັ້ນສູນກາງໃນການໃຊ້ເຄື່ອງມື, ວິທີການສິດສອນບຳລຸງ ເພື່ອນຳໃຊ້ເຂົ້າໃນໂຄງການ ທີ່ ຣີສອດນາປ່າກວາງ (ທ່າລາດ) ແຂວງວຽງຈັນ. ນອກຈາກນີ້, ຍັງໄດ້ນຳສົ່ງນັກສຶກສາອາສາສະໝັກໄປ 5 ເມືອງ ໃນ 5 ແຂວງເປົ້າໝາຍຂອງໂຄງການ ໃນລະຫວ່າງວັນທີ 3-8 ສິງຫາ 2021; ດໍາເນີນການຮຽນ-ການສອນ ປະຕິບັດໜ້າທີ່ຂອງອາສາສະໝັກຕະລຸມບອນ. ບໍາລຸງນັກຮຽນໃນຍາມພັກຮຽນຢູ່ເຂດຫ່າງໄກສອກຫຼີກ. ຈຸດສຸມໃນການພັດທະນາຂອງຂະແໜງການສຶກສາທິການ ແລະກີລາ ຢູ່ 5 ເມືອງເປົ້າໝາຍລະຫວ່າງວັນທີ 9-27 ສິງຫາ 2021; ຕິດຕາມ-ຊຸກຍູ້ອາສາສະໝັກຈຳນວນທີ່ຢູ່ຕາມໂຮງຮຽນຕ່າງໆ ຕາມເປົ້າໝາຍໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນໃນຍາມພັກຮຽນ ລະຫວ່າງວັນທີ 17-20 ສິງຫາ 2021; ຮັບອາສາສະໝັກທີ່ຢູ່ 5 ເມືອງ 5 ແຂວງເປົ້າໝາຍຂອງໂຄງການກັບຄືນລະຫວ່າງ ວັນທີ 28 ສິງຫາ - 2 ກັນຍາ 2021 ແລະກະກຽມຈັດກອງປະຊຸມສະຫຼຸບຖອນຖອດບົດຮຽນ ພາຍຫຼັງສຳເລັດກິດຈະກຳຂອງໂຄງການປະຈຳສົກສຶກສາ 2020-2021 ຢູ່ 5 ເມືອງ 5 ແຂວງ ເຊິ່ງຄາດວ່າຈະຈັດຂຶ້ນໃນຊ່ວງທ້າຍເດືອນກັນຍາ 2021 ທີ່ ນະຄອນຫຼວງວຽງຈັນ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.