ສູນໃຫ້ຄຳປຶກສາດ້ານການສະໝັກງານໃຫ້ກັບນັກສຶກສາຝຣັ່ງໂກໂຟນ (CEF) ແຫ່ງທໍາອິດໃນນະຄອນຫຼວງວຽງຈັນໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້້າຂອງວັນທີ 24 ກັນຍາ 2021 ທີ່ຜ່ານມານີ້, ພ້ອມກັບອີກ 7 ສູນໃນຂົງເຂດພາກພື້ນອາຊີ-ປາຊີຟິກໃນຮູບແບບອອນລາຍ. ໃຫ້ກຽດເຂົ້້າຮ່ວມໃນພິທີມີທ່ານ ສະລິມ ຄານບຸດສ໌ເອກ ອະທິການບໍດີອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF), ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ຊັອງ-ມາກ ລາເວສ໌ ຜູ້ອຳນວຍການໃຫຍ່ຫ້ອງການ AUF ປະຈໍາພາກພື້ນອາຊີ-ປາຊີຟິກ, ທ່ານ ຮສ. ນາງ ຫງວຽນ ທູຖຸຍ, ຜູ້ອຳນວຍການໃຫຍ່ກົມການສຶກສາຊັ້ນສູງຂອງ ສສ. ຫວຽດນາມ ແລະບັນດາຫົວໜ້າພາກ, ຄູອາຈານພາຍໃນພາກວິຊາພາສາຝຣັ່ງ ແລະນັກຮຽນນັກ-ສຶກສາໃນພາກພື້ນເຂົ້້າຮ່ວມເປັນຈຳນວນຫຼວງຫຼາຍໃນຮູບແບບທາງອອນລາຍ.
ສູນ CEF ວຽງຈັນແຫ່ງນີ້ ແມ່ນໝາກຜົນຂອງການຮ່ວມມືລະຫວ່າງອົງການ AUF ແລະມະຫາວິທະຍາໄລແຫ່ງຊາດເປັນໜຶ່ງໃນ 8 ສູນໃຫ້ຄໍາປຶກສາດ້ານການສະໝັກງານໃຫ້ກັບນັກສຶກສາຝຣັ່ງໂກໂຟນໃນພາກພື້ນອາຊີ-ປາຊີຟິກທີ່ສ້າງຕັ້ງຂຶ້ນໃນ 7 ປະເທດ (ກໍາປູເຈຍ, ຈີນ, ລາວ, ມົງໂກລີ, ໄທ, ວານູອາຕູ ແລະຫວຽດນາມ). ສູນທີ່ມີການເຊື່ອມໂຍງກັນເຫຼົ່ານີ້ເປັນສະຖານທີ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກສຶກສາໃນການຊອກຫາວຽກເຮັດງານທໍາ, ການເຂົ້າເຖິງການປະກອບອາຊີບ ແລະການເປັນຜູ້ປະກອບການ.
ສູນ CEF ວຽງຈັນໄດ້ຮັບການອອກແບບໃຫ້ໄດ້ມາດຕະຖານສາກົນເປີດໃຫ້ການບໍລິການຫຼາຍຫົວຂໍ້ໃນ 4 ຂົງເຂດຫຼັກຄື: ການໃຫ້ຄຳປຶກສາ, ການສະໜອງຂໍ້ມູນຂ່າວສານ ແລະການຝຶກສອນວຽກ; ການຝຶກອົບຮົມເພີ່ມເຕີມທາງດ້ານທັກສະ ສະເພາະດ້ານ; ການຢັ້ງຢືນການປະກອບອາຊີບ; ຄວາມພ້ອມກ່ອນການເປັນຜູ້ປະກອບການ. ການບໍລິການເຫຼົ່ານີ້ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ມະຫາວິທະຍາໄລທີ່ເວົ້າພາສາຝຣັ່ງຊຶ່ງເປັນສະມາຊິກຂອງອົງການ AUF ໃນລາວເທົ່ານັ້ນ ແຕ່ຍັງຮັບໃຊ້ບັນດາມະຫາວິທະຍາໄລຕ່າງໆໃນຂອບເຂດທົ່ວປະເທດອີກດ້ວຍ. ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງບັນດາຄູ-ອາຈານ, ນັກສຶກສາກໍ່ຄືການນຳຂັ້ນສູງຂອງມະຫາວິທະຍາໄລຕ່າງໆ ແລະການນຳທາງດ້ານນະໂຍບາຍ.
ໃນກອງປະຊຸມປຶກສາຫາລືລະດັບໂລກ ທີ່ຈັດໂດຍອົງການ AUF ໃນເດືອນພຶດສະພາທີ່ຜ່ານມາ. ໃນບົດປາໄສພິທີເປີດງານ ຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໄດ້ກ່າວວ່າ “ມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າເປັນສະມາຊິກຂອງອົງການ AUF ເກືອບ 20 ປີແລ້ວ. ສິ່ງທີ່ສຳຄັນໃນການຮ່ວມມືກັບອົງການດັ່ງກ່າວ ແມ່ນການເປີດວິທະຍາເຂດເພື່ອໃຫ້ຄຳແນະນຳແກ່ນັກສຶກສາ, ປັນຍາຊົນ ແລະຄູ-ອາຈານ, ສູນແຫ່ງນີ້ຍັງທຳໜ້າທິ່ໃຫ້ທິດທາງ, ຊ່ວຍເຫຼືອນັກສຶກສາທີ່ຮຽນຈົບໃໝ່ໂດຍສະເພາະນັກສືກສາຝຣັ່ງໂກໂຟນໃນການຊອກຫາວຽກເຮັດງານທຳຫຼັງຈາກສຳເລັດການສຶກສາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດກໍ່ຄືໃນລະດັບພາກພື້ນ ແລະສາກົນ”.
ສູນ CEF ທຸກແຫ່ງມີຈຸດມຸ່ງໝາຍທີ່ຈະກາຍເປັນການພົບປະ ລະຫວ່າງ 6 ພາກສວ່ນທີ່ກ່ຽວຂ້ອງຫຼັກຊຶ່ງເປັນທັງຜູ້ໄດ້ຮັບຜົນປະໂຫຍດຈາກການບໍລິການຂອງສູນ ແລະເປັນຜູ້ປະກອບສ່ວນທີ່ມີຄຸນຄ່າ: ລັດ, ສະຖາບັນການສຶກສາຊັ້ນສູງ, ນາຍຈ້າງ, ນັກສຶກສາ ແລະຜູ້ປະກອບການ. ພາກສວ່ນດັ່ງກ່າວຈະໄດ້ຮັບການສະເໜີໃຫ້ນຳໃຊ້ສະຖານທີ່ເຫຼົ່ານີ້ເຂົ້າໃນການຈັດກິດຈະກຳຫຼືແບ່ງປັນຄວາມຮູ້ທາງວິຊາການດ້ວຍການໃຫ້ຄວາມຊ່ວຍເຫຼືອຊຶ່ງກັນ ແລະກັນທາງດ້ານເຕັກນິກ, ການເງິນ ຫຼືໂລຈິສຕິກ.
ນອກນີ້, ຍັງເປັນເວທີສາກົນທີ່ມີການເຊື່ອມໂຍງ ແລະຮ່ວມມືກັນລະຫວ່າງ CEF 69 ແຫ່ງໃນທົ່ວໂລກເຂົ້າຫາກັນເພື່ອເຮັດໃຫ້ ການສະໜອງທາງດ້ານການຝຶກອົບຮົມຢູ່ໃນສູນອຸດົມຮັ່ງມີຫຼາຍຂຶ້ນໂດຍຜ່ານການຝຶກອົບຮົມທາງໄກ ແລະເພື່ອສົ່ງເສີມການແລກປ່ຽນກິດຈະກຳ ແລະການປະຕິບັດທີ່ດີ. ເວທີດັ່ງກ່າວຍັງຈະໃຊ້ເປັນເຄື່ອງມືທາງດ້ານການສິດສອນ ແລະເນື້ອໃນອ້າງອີງເພື່ອຕອບສະໜອງໃຫ້ແກ່ກັນ ແລະກັນລະຫວ່າງຜູ້ດຳເນີນການຫຼັກຂອງສູນ CEF ລວມທັງການສົ່ງເສີມກິດຈະກໍາຕ່າງໆອີກດ້ວຍ.