ທະນາຄານລາວ-ຈີນ ມອບທຶນການສຶກສາໃຫ້ນັກສຶກສາສະຖາບັນຂົງຈື

ໃນຕອນບ່າຍ ວັນທີ 7 ເມສາ 2021 ຜ່ານມານີ້, ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີມອບ-ຮັບທຶນການສຶກສາ ຈາກທະນາຄານລາວ-ຈີນ ໃຫ້ແກ່ ນັກສຶກສາສະຖາບັນຂົງຈື ຈໍານວນ 50 ທຶນ, ໂດຍການໃຫ້ກຽດມອບຂອງ ທ່ານ ຫວ້ານຈືເຖິງ ຜູ້ອໍານວຍການທະນາຄານລາວ-ຈີນ ແລະນັກສຶກສາທີ່ໄດ້ຮັບທຶນເປັນຜູ້ຮັບ, ເຂົ້າຮ່ວມພິທີມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮັກສາການ ອະທິການບໍດີ ມຊ, ທ່ານ ຄຳຮຸ່ງ ຈັນທະວົງ ຮັກສາການ ຜູ້ອຳນວຍການສະຖາບັນ ຂົງຈືຝ່າຍລາວ, ມີຜູ້ອໍານວຍການສະຖາບັນຂົງຈືຝ່າຍຈີນ, ມີຜູ້ຕາງໜ້າຈາກທະນາຄານລາວ-ຈີນ ພ້ອມດ້ວຍ ຄູ-ອາຈານ ແລະນັກສຶກສາພາຍໃນສະຖາບັນຂົງຈືເຂົ້າຮ່ວມ.

      ໃນໂອກາດນີ້ ທ່ານ ຄຳຮຸ່ງ ຈັນທະວົງ ຮັກສາການ ຜູ້ອຳນວຍການສະຖາບັນ ຂົງຈືຝ່າຍລາວ ກ່າວວ່າ: ສະຖາບັນຂົງຈື ແລະທະນາຄານລາວ-ຈີນ ໄດ້ເຊັນສັນຍາ ການຮ່ວມມືກັນມາແຕ່ວັນທີ 1 ພະຈິກ 2018, ເຊິ່ງແຕ່ລະປີທະນາຄານລາວ-ຈີນ ໄດ້ໃຫ້ທຶນນັກສຶກສາທຸກຍາກ ແລະນັກສຶກສາຮຽນດີ, ຮຽນດີ-ຮຽນເກັ່ງ ເປັນຈໍານວນ 100 ທຶນ ເປັນເວລາ 3 ປີ ຊຶ່ງມີມູນຄ່າລວມ ທັງໝົດ 150 ລ້ານກີບ, ມາຮອດປັດຈຸບັນ ໄດ້ມອບທຶນການສຶກສາໃຫ້ສະຖາບັນຂົງຈືເປັນຈໍານວນ 250 ທຶນແລ້ວ; ສຳລັບປີນີ້ ມີນັກສຶກສາໄດ້ຮັບທຶນຊ່ວຍເຫຼືອ ຈຳນວນ 50 ຄົນ, ເຊິ່ງຜູ້ທີ່ໄດ້ຮັບທຶນແມ່ນນັກສຶກສາທີ່ໄດ້ຜ່ານການຄັດເລືອກ ຕາມຂັ້ນຕອນ ແລະເງື່ອນໄຂທີ່ໄດ້ກໍານົດໄວ້ ຈະຕ້ອງແມ່ນນັກສຶກສາ ທີ່ທຸກຍາກຂາດເຂີນ ແລະມີໃບຢັ້ງຢືນຈາກນາຍບ້ານທີ່ຕົນອາໄສຢູ່ ແລະຕ້ອງເປັນສຶກສາຮຽນດີຮຽນ-ຮຽນເກັ່ງ ແລະມີຜົນຄະແນນ ມາເປັນບ່ອນອີງ. ໃນປີນີ້ໄດ້ແບ່ງການສຶກສາອອກເປັນ 2 ແບບຄື: ທຶນການສຶກສາ ສໍາລັບນັກສຶກສາທຸກຍາກ ມີຈໍານວນ 26 ທຶນ ໂດຍໄດ້ຄັດເລືອກຈາກທາງຄະນະກໍາມະການຂອງທະນາຄານລາວ-ຈີນ ແລະທຶນຮຽນດີ-ຮຽນເກັ່ງ ຈໍານວນ 24 ທຶນ.

      ທ່ານ ຫວ້ານຈືເຖິງ ຜູ້ອໍານວຍການທະນາຄານລາວ-ຈີນ ໄດ້ກ່າວວ່າ: ການສ້າງຕັ້ງກອງທຶນການສຶກສາທະນາຄານລາວ-ຈີນຂຶ້ນມາ ທີ່ສະຖາບັນຂົງຈື ແມ່ນເພື່ອສົ່ງເສີມກໍາລັງໃຈໃຫ້ແກ່ຜູ້ທີ່ສົນໃຈໃນການຮຽນພາສາຈີນ ທີ່ມີຄວາມເປັນມືອາຊີບ, ເປັນລະບົບ, ຊຸກຍູ້ການສຶກສາພາສາຈີນມີການພັດທະນາລົງສູ່ລວງເລິກ, ມີການຂະຫຍາຍຕົວ ທາງດ້ານຂອບເຂດ ແລະເປັນຂົວຕໍ່ໃຫ້ແກ່ການແລກປ່ຽນທາງດ້ານວັດທະນະທຳ-ເສດຖະກິດລາວ-ຈີນອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.