ເພື່ອເປັນການປູກຈິດສຳນຶກໃຫ້ນັກຮຽນ-ນັກສຶກສາ, ພະນັກງານ-ຄູອາຈານ ຂອງມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຮັບຮູ້ເຖິງກົດລະບຽບຈະລາຈອນ, ການຂັບຂີ່ລົດເທິງທ້ອງຖະໜົນທີ່ປອດໄພ, ໃນຕອນເຊົ້າ ວັນທີ 8 ເມສາ 2021 ນີ້ 3 ອົງການຈັດຕັ້ງມະຫາຊົນ ມຊ ຮ່ວມກັບ ມູນນິທິພັດທະນາຜາສຸກ ແລະສະພາທະນາຍຄວາມລາວ ໄດ້ຈັດກິດຈະກໍາສ້າງຈິດສຳນຶກ ໂຄງການຂັບຂີ່ປອດໄພສຳລັບທຸກຄົນ, ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິກນບໍດີ ມຊ, ທ່ານ ຄຳໃສ ສຸລິນທອນ ປະທານມູນນິທິພັດທະນາຜາສຸກ ທັງເປັນປະທານສະພາທະນາຄວາມແຫ່ງ ສປປ ລາວ, ມີບັນດາແຂກທີ່ເຊີນ, ພະນັກງານ-ຄູອາຈານ ແລະນັກສຶກສາ ທົ່ວ ມຊ ເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອໃຫ້ຄວາມຮູ້ກ່ຽວກັບກົດຈະລາຈອນ ແລະການໃຊ້ລົດໃຊ້ຖະໜົນທີ່ຖືກຕ້ອງ ເພື່ອໃຫ້ນັກຮຽນ-ນັກສຶກສາ ສາມາດນຳໄປປະຕິບັດ ໃນຂະນະທີ່ໃຊ້ລົດໃຊ້ຖະໜົນຢ່າງປອດໄພ, ພ້ອມທັງ ເປັນການປູກຈິດສຳນຶກຄວາມປອດໄພ ແລະເສີມສ້າງວິໄນການຈະລາຈອນໃຫ້ ນັກຮຽນ-ນັກສຶກສາ ມຊ ເພື່ອເປັນແບບຢ່າງ ແລະຕົວຢ່າງທີ່ດີຂອງສັງຄົມຕໍ່ໄປ. ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີ ບັນຫາ ແລະປະກົດການຫຍໍ້ທໍ້ຕາມທ້ອງຖະໜົນທີ່ເກີດຂຶ້ນໃນຂອບເຂດນະຄອນຫຼວງວຽງຈັນ ໂດຍທ່ານ ຮທ ວັນນະເລດ ນໍແກ້ວ ວິຊາການຈາກໂຄສະນາອົບຮົມ ກົມຕຳຫຼວດຈະລາຈອນ ເຊິ່ງທ່ານໄດ້ຍົກໃຫ້ເຫັນການເກີດອຸປະຕິເຫດໃນກໍລະນີຕ່າງໆທີ່ເກີດຈາກຄວາມປະໝາດຂອງຜູ້ໃຊ້ລົດ-ໃຊ້ຖະໜົນ ທີ່ກໍ່ໃຫ້ເກີດຜົນເສຍຫາຍ ທັງຊີວິດ ແລະຊັບສິນ ສະເພາະເດືອນກຸມພາ 2021 ມີຜູ້ເສຍຊີວິດຈາກການເກີດອຸປະຕິເຫດທັງໝົດ 100 ກວ່າຄົນ, ສະນັ້ນ ເພື່ອເຮັດໃຫ້ການຂັບຂີ່ລົດຕາມທ້ອງຖະໜົນປອດໄພ ໜ່ວຍງານທີ່ກ່ຽວຂ້ອງຈຶ່ງໄດ້ເລີ່ມໂຄງການ “ຂັບຂີ່ປອດໄພສຳລັບທຸກຄົນ” ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມໄດ້ຮຽນ ແລະ ເຂົ້າເຖິງກົດລະບຽບ ການຈະລາຈອນຫຼາຍຂຶ້ນ; ໃນຕອນທ້າຍ ຍັງມີກິດຈະກຳຖາມ-ຕອບ ເພື່ອຊີງຂອງລາງວັນອີກດ້ວຍ.
ຂຽນຂ່າວ: ນາງ ແວວປະກາຍ ພິລາວົງ
ກວດແກ້: ພູວຽງ ແສນສົມບັດ