ໃນວັນທີ 7 ເມສາ 2021 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານອະທິການບໍດີ, ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ຮັກສາການອະທິການໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ). ໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ Im Moohong ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສ. ເກົາຫຼີ, ມີທ່ານຮອງອະທິການ, ຫົວໜ້າຫ້ອງການ, ບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງໃນການມາຢ້ຽມຢາມ ມຊ ຂອງທ່ານ Im Moohong ແລະຄະນະໃນຄັ້ງນີ້ ກໍເພື່ອເປັນການພົບປະເນື່ອງໃນໂອກາດ ທ່ານຮັກສາການອະທິການບໍດີມາຮັບຕຳແໜ່ງໃໝ່. ພ້ອມນັ້ນທັງສອງຝ່າຍໄດ້ສົນທະນາ ແລະແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະກັນ ໃນການຮ່ວມມືກັນຜ່ານມາ ແລະວາງແຜນຈະຮ່ວມມືກັນໃນອະນາຄົດ ໂດຍສະເພາະແມ່ນທາງສະຖານເອກອັກຄະລັດຖະທູດ ສ. ເກົ່າຫຼີ ຈະໃຫ້ການຊ່ວຍເຫຼືອດ້ານອຸປະກອນການຮຽນ-ການສອນ, ການຂະຫຍາຍຫ້ອງຮຽນໃຫ້ພາກວິຊາພາສາເກົາຫຼີ ຄະນະອັກສອນສາດ, ການສະໜອງອິນເຕີເນັດເຂົ້າໃນການຮຽນອອນລາຍທົ່ວ ມຊ. ນອກນັ້ນ, ທາງສະຖານທູດຍັງຈະເປັນຂົວຕໍ່ໃຫ້ແກ່ການຮ່ວມມືລະຫວ່າງ ມຊ ແລະມະຫາວິທະຍາໄລແຫ່ງຕ່າງໆໃນປະເທດເກົາຫຼີ ພ້ອມທັງຈະຊ່ວຍທົບທວນ ແລະຊອກຫາວິທີແກ້ໄຂກ່ຽວກັບບັນຫາຕ່າງໆ ທີ່ໄດ້ເຊັນສັນຍາຮ່ວມມືໄປແລ້ວ ແຕ່ຍັງບໍ່ມີການດຳເນີນງານ ທັງນີ້ ກໍເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍມີການຂະຫລາຍຕົວ ແລະກ້າວໜ້າຂຶ້ນໄປເທື່ອລະກ້າວ. ພາຍຫຼັງການເປິກສາຫາລື ທັງສອງຝ່າຍໄດ້ລົງຢ້ຽມຢາມ ພາກວິຊາພາສາເກົາຫຼີ ຄະນະອັກສອນສາດ ແລະສູນຄິງເຊຈົງ ມຊ. ໂດຍການນໍາພາຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະທະວົງ.
ຂຽນຂ່າວ: ນາງ ພູວັນ ນ້ອນສິນນະລັກ
ກວດແກ້: ພູວຽງ ແສນສົມບັດ