ສະຫະພັນກໍາມະບານ ມຊ ຈັດກອງປະຊຸມສັນຈອນ ຄັ້ງທີ 12 ປະຈໍາ ໄຕມາດ I

      ສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສັນຈອນ ຄັ້ງທີ 12; ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 7 ເມສາ 2021 ນີ້, ທີ່ຫ້ອງປະຊຸມ ຄະນະສຶກສາສາດ ໂດຍການເປັນປະທານຂອງ ສະຫາຍ ຮສ. ໂພສີ ທິບດາວັນ ຄະນະປະຈໍາພັກ, ຮອງອະທິການບໍດີ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ມຊ, ມີສະຫາຍ ຮສ. ປອ. ສີຖານ ສຸຂະວົງ ເລຂາຄະນະພັກຮາກຖານ, ຄະນະບໍດີ ຄະນະສຶກສາສາດ, ສະຫາຍ ບຸນທອນ ສຸຂະວົງ ປະທານສະຫະພັນກໍາມະບານ ມຊ, ມີປະທານ-ຮອງປະທານກໍາມະບານ ແຕ່ລະຮາກຖານທົ່ວ ມຊ ເຂົ້າຮ່ວມ.

      ໃນກອງປະຊຸມ, ສະຫາຍ ບຸນທອນ ສຸຂະວົງ ປະທານສະຫະພັນກໍາະບານ ມຊ  ໄດ້ຜ່ານບົດສະຫຼຸບວຽກງານການເຄື່ອນໄຫວຂອງ ສະຫະພັນກໍາມະບານ ມຊ ປະຈໍາ ໄຕມາດ I  (ເດືອນ01-03) ປະຈໍາປີ 2021 ແລະຜ່ານແຜນການເຄື່ອນໄຫວ ປະຈໍາໄຕມາດ 2 (ເດືອນ 04-06), ເຊິ່ງໄລຍະ 3 ເດືອນຜ່ານມາ ສະຫະພັນກໍາມະບານ ມຊ ໄດ້ມີການຈັດຕັ້ງປະຕິບັດວຽກງານໄປຕາມແຜນທີ່ວາງໄວ້ ແລະມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນວຽກງານການເມືອງແນວຄິດ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນບັນຫາສຳຄັນ ໂດຍຕິດພັນກັບຂະບວນການເຄື່ອນໄຫວຂອງວຽກງານກໍາມະບານ, ພ້ອມນັ້ນ ສະພັນກໍາມະບານ ມຊ ຍັງມີຜົນສໍາເລັດທາງດ້ານການເຄື່ອນໄຫວກິດຈະກໍາ, ການສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ, ການຂະຫຍາຍສະມາຊິກກໍາມະບານ ແລະວຽກງານອື່ນໆ. ສໍາລັບແຜນການເຄ່ືອນໄຫວໃນ 3 ເດືອນຕໍ່ໜ້າສະຫະພັນກໍາມະບານ ມຊ ຈະສືບຕໍ່ສຶກສາອົບຮົມ ການເມືອງແນວຄິດໃຫ້ແກ່ສະມາຊິກພະນັກງານຄູ-ອາຈານ ໃນການປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍ ຄວາມຮັບຜິດຊອບສູງ ແລະໃຫ້ເຂົ້າໃຈເຖິງແນວທາງນະໂຍບາຍທີ່ພັກ ແລະລັດຖະບານວາງອອກ, ສືບຕໍ່ຊີ້ນໍາວຽກງານການເກັບກໍາສະຖິຕິ ແລະປະຫວັດຂອງສະມາຊິກກໍາມະບານຂອງສະຫະພັນກໍາມະບານ ມຊ ໃຫ້ເປັນລະບົບ, ສືບຕໍ່ຊີ້ນໍາເກັບເງິນບໍາລຸງ ແລະເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນປະຈໍາ 6 ເດືອນຕົ້ນປີ  2021, ຕິດຕາມກໍສ້າງ ແລະສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ ເພື່ອເເນ່ໃສ່ຂະຫຍາຍສະມາຊິກກໍາມະບານ ໃຫ້ມີຄຸນນະພາບ ແລະ ເປັນກໍາລັງແຮງໃນການເຄື່ອນໄຫວວຽກງານ ກໍາມະບານຢ່າງມີຂະບວນການຟົດຟື້ນ.

 ພາບບັນຍາກາດ

ຂຽນຂ່າວ: ທ້າວ ພົນ ບຸນພະຈັນ

ກວດແກ້: ພູວຽງ ແສນສົມບັດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.