ຄສສ ຈັດພິທີເປີດຫຼັກສູດປະລິນຍາເອກ

      ໃນຕອນເຊົ້າວັນທີ 2 ເມສາ 2021 ນີ້, ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດຫຼັກສູດປະລິນຍາເອກ ສາຂາບໍລິຫານການສຶກສາ ຂຶ້ນທີ່ຫ້ອງປະຊຸມຄະນະຂອງຕົນ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມຊ, ມີທ່ານ ຮສ. ປອ. ສີຖານ ສຸຂະວົງ ຄະນະບໍດີ ຄສສ, ມີຜູ້ຕາງໜ້າຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫົວໜ້າພາກວິຊາ, ບັນດາຫົວໜ້າພະແນກສຶກສາຫຼັງປະລິນຍາຕີອ້ອມຂ້າງ, ແຂກທີ່ຖືກເຊີນ, ຕາງໜ້າແຕ່ລະພາກວິຊາ ແລະພະແນກ ພ້ອມດ້ວຍນັກສຶກສາປະລິນຍາເອກ ແລະພະນັກທີ່ກ່ຽວຂ້ອງຂອງຄະນະດັ່ງກ່າວເຂົ້າຮ່ວມ.

      ໃນພິທີ ທ່ານ ຮສ. ປອ. ສີຖານ ສຸຂະວົງ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ມື້ນີ້ເປັນມື້ເປີດການຮຽນ-ການສອນປະລິນຍາເອກ ສາຂາບໍລິຫານການສຶກສາ ຮຸ່ນທີ I ເຊິ່ງເປັນປະຫວັດສາດທາງດ້ານຫຼັກສູດຂອງ ຄສສ ທີ່ມີຫຼັກສູດ ລະດັບປະລິນຍາເອກເກີດຂຶ້ນ, ຫຼັກສູດດັ່ງກ່າວນີ້ ແມ່ນໄດ້ສຶກສາຄົ້ນຄວ້າ ແລະພັດທະນາມາແຕ່ປີ 2014  ໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍການອະນຸມັດໂຄງການສ້າງຫຼັກສູດປະລິນຍາເອກສຶກສາສາດ ສາຂາບໍລິຫານການສຶກສາ ຂອງອະທິການບໍດີ ມຊ, ຄັ້ງວັນທີ 8/7/2014 ແລະຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຫຼັກສູດປະລິນຍາເອກສຶກສາສາດ ສາຂາບໍລິຫານການສຶກສາ ຂອງອະທິການບໍດີ ມຊ ຄັ້ງວັນທີ 4/8/2014 ໂດຍຜ່ານຂະບວນການ ແລະຂັ້ນຕອນຕ່າງໆຈົນມາເຖິງມື້ນີ້ຈຶ່ງໄດ້ຮັບຜົນສຳເລັດ.

      ການເປີດຫຼັກສູດປະລິນຍາເອກສຶກສາສາດ ສາຂາບໍລິຫານການສຶກສາ ໃນຄັ້ງນີ້, ເປັນການສ້າງຜູ້ບໍລິຫານການສຶກສາມືອາຊີບ, ສ້າງນັກຄົ້ນຄວ້າການສຶກສາ ເປັນການຍົກລະດັບພະນັກງານ, ຄູ-ອາຈານ, ສ້າງພະນັກງານວິຊາການໆສຶກສາໃນພາກລັດ ແລະເອກະຊົນ ທັງເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ

ການສຶກສາ ແລະຄົ້ນຄວ້າວິທະຍາສາດໃນໄລຍະໃໝ່ ເພື່ອເປັນການຮອງຮັບຄວາມກ້າວໜ້າທາງດ້ານການຄົ້ນຄວ້າວິທະຍາສາດ, ເທັກໂນໂລຢີ, ການສ້າງຜະລິດຕະພັນ ແລະນະວັດຕະກຳ ອາດເປັນຮູບແບບ, ລະບົບ, ວິທີການ, ຫຼັກການບໍລິຫານຄຸ້ມຄອງ ທັງໝົດນີ້ເພື່ອກ້າວໄປເຊື່ອມໂຍງກັບພາກພື້ນ ແລະສາກົນ;  ທັງເປັນການບຸກທະລຸດ້ານຊັບພະຍາກອນມະນຸດ ເພື່ອເປັນກຳລັງແຮງ ປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄື ການປົກປັກຮັກສາ ແລະພັດທະນາປະເທດຊາດ ຕາມແຜນພັດທະນາຂະແໜງການສຶກສາ ຄັ້ງທີ 9 ຮອດປີ 2025 ແລະແຜນພັດທະນາ ມຊ ຮອດປີ 2025.   ທ່ານຍັງໃຫ້ຮູ້ອີກວ່າ ຜົນການຄັດເລືອກນັກສຶກສາເຂົ້າຮຽນລະດັບປະລິນຍາເອກ ໃນສາຂາ ບໍລິຫານການສຶກສາ ຄສສ ແມ່ນໄດ້ຈັດການສອບເສັງໃນວັນທີ 6 ກຸມພາ 2021 ຜ່ານມານີ້, ເຊິ່ງມີຜູ້ສະໜັກເຂົ້າສອບເສັງທັງໝົດ 40 ທ່ານ ຍິງ 19 ທ່ານ. ຜົນການຄັດເລືອກແມ່ນໄດ້ 7 ທ່ານ ຍິງ 5 ທ່ານ. 

      ສຳລັບເງື່ອນໄຂຜູ້ທີ່ຈະສຳເລັດການສຶກສາແມ່ນຕ້ອງຜ່ານການປ້ອງກັນວິທະຍານິພົນ ຄະແນນສະເລ່ຍສະສົມ 3,5 ຂຶ້ນໄປ, ວິທະຍານິພົນຕ້ອງຖືກພິມເຜີຍແຜ່ ໃນວາລະສານວິທະຍາສາດທັງພາຍໃນ ແລະຕ່າງປະເທດຢ່າງໜ້ອຍ 2 ບົດ, ບົດວິທະຍານິພົນຕ້ອງຜ່ານການນຳສະເໜີຕໍ່ກອງປະຊຸມລະດັບພາກພື້ນ ຫຼືສາກົນເພີ່ມຢ່າງໜ້ອຍ 2 ບົດ, ຜູ້ສຶກສາທີ່ບໍ່ສາມາດຈົບພາຍໃນກຳນົດເວລາທີ່ກຳນົດໄວ້ ສາມາດຮັກສາສະຖານພະາບການເປັນນັກສຶກສາໄດ້ 2 ປີ ຫຼື 4 ພາກຮຽນ.

ຫຼັກສູດການຮຽນແມ່ນໄລຍະເວລາ 3 ປີ ມີທັງໝົດ 66 ໜ່ວຍກິດ. ລວມເປັນເງິນ 59,400,000 ກີບ (ສໍາລັບຜູ້ທີ່ຈົບປະລິນຍາໂທສາຂາອື່ນ ແມ່ນລວມເປັນເງິນ 67.200.000 ກີບ) ການດໍາເນີນການຮຽນ-ການສອນ ແມ່ນ ວັນເສົາ-ວັນທິດ.

ພາບບັນຍາກາດ

 ຂ່າວ: ພູວັນ ນ້ອຍສິນນະລັກ

ກວດແກ້ໂດຍ: ພູວຽງ ແສນສົມບັດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.