ຕອນເຊົ້າວັນທີ 21 ກຸມພາ 2021 ທີ່ຜ່ານມາ, ເຊິ່ງເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ IX ແລະເລືອກຕັ້ງເອົາສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ(ສສ ນວ) ຊຸດທີ II, ມີຄະນະນໍາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ຊຸດທີ IX ແລະ ສສນວ ຊຸດທີ II, ໃນໜ່ວຍເລືອກຕັ້ງ ມຊ (ວິທະຍາເຂດດົງໂດກ); ເຊິ່ງເລີ່ມແຕ່ເປີດຫີບບັດ ໃນເວລາ 7:00 ໂມງ ຈົນເຖິງເວລາປິດຫີບບັດ 16:30 ໂມງ ດ້ວຍຄວາມກະຕືລືລົ້ນ ແລະດ້ວຍບັນຍາກາດຟົດຟື້ນ ທ່າມກາງມາດຕະການໆປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ມຊ. ມີໜ່ວຍເລືອກຕັ້ງຢູ່ສອງຈຸດຄືໜ່ວຍເລືອກຕັ້ງທີ 198 ສະໂມສອນໃຫຍ່ ມຊ ມີຜູ້ມາໃຊ້ສິດທັງໝົດ 827 ຄົນ; ໜ່ວຍເລືອກຕັ້ງທີ 199 ຂ້າງສະໂມສອນໃຫຍ່ ມຊ ມີຜູ້ມາໃຊ້ສິດທັງໝົດ 853 ຄົນ. ການເລືອກຕັ້ງເອົາສະມາຊິດສະພາແຫ່ງຊາດ ແລະສະພາສະມາຊິກປະຊາຊົນຂັ້ນນະຄອນຫຼວງ/ແຂວງ ໃນຄັ້ງນີ້, ເປັນອີກເຫດການປະຫວັດສາດຂອງຊາດລາວເຮົາ ໂດຍສະເພາະໄລຍະແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ທີ່ມີຄວາມໝາຍໃນຫຼາຍດ້ານທາງການເມືອງ, ເປັນການສືບຕໍ່ກໍ່ສ້າງ ແລະບູລະນະລະບອບປະຊາທິປະໄຕໃຫ້ມີຄວາມເຂັ້ມແຂງ.