ບໍລິສັດເບຍລາວ ມອບທຶນການສຶກສາໃຫ້ແກ່ ມຊ ແລະສະຖາບັນວິຈິດສິນແຫ່ງຊາດ

      ໃນຕອນເຊົ້າວັນທີ 19 ກຸມພາ 2021 ຜ່ານມານີ້, ບໍລິສັດເບຍລາວ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະນັກສຶກສາສະຖາບັນ ວິຈິດສິນແຫ່ງຊາດ; ພິທີມອບ-ຮັບທຶນດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະຖາບັນວິຈິດສິນແຫ່ງຊາດ ໂດຍການມອບຂອງທ່ານທ່ານ Henrik Juel Andersen ຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ ແລະກ່າວຮັບໂດຍ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ປອ. ຄຳສຸກ ແກ້ວວົງຊາຍ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ, ມີແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.

     ຈຸດປະສົງຂອງການມອບທຶນການສຶກສາໃຫ້ແກ່ນັກສຶກສາ ມຊ ແລະນັກສຶກສາສະຖາບັນວິຈິດສິນແຫ່ງຊາດໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນຊຸກຍູ້ສົ່ງເສີມນັກສຶກສາຜູ້ທີ່ຮຽນດີ-ຮຽນເກັ່ງ, ມີຄຸນສົມບັດດີ, ແຕ່ຖານະຄອບຄົວທຸກຍາກຂາດເຂີນໄດ້ມີໂອກາດສຶກສາຮໍ່າຮຽນ; ເຊິ່ງທຶນທີ່ໄດ້ຮັບແມ່ນມີຄວາມສຳຄັນ ແລະມີປະໂຫຍດຫຼາຍຕໍ່ກັບນັກສຶກສາ ເພາະພວກເຂົາຈະໄດ້ໜູນໃຊ້ທຶນດັ່ງກ່າວເຂົ້າໃນການສຶກສາຮໍ່າຮຽນ ແລະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວຄຕື່ມອີກ. ບໍລິສັດເບຍລາວໄດ້ສະໜັບສະໜູນໃຫ້ທຶນນັກສຶກສາ ແກ່ນັກສຶກສາ ມຊ ແລະສະຖາບັນວິຈິດສິນແຫ່ງຊາດຢ່າງຕໍ່ເນື່ອງ,  ເຊິ່ງການມອບທຶນໃຫ້ແກ່ນັກວືກສາໃນສົກສຶກສາ 2020-2021 ແມ່ນເປັນຄັ້ງທີ XI, ເຊິ່ງນັກສຶກສາ ມຊ ໄດ້ຮັບທຶນທັງໝົດມີ 120 ຄົນ, ຍິງ 74 ຄົນ (ມີ 14 ຊົນເຜົ່າ ທີ່ມາຈາກ 67 ເມືອງ) ມູນຄ່າທຶນທັງໝົດ 349,000,000 ກີບ(ສາມຮ້ອຍ ສີ່ສິບເກົ້າລ້ານກີບ); ນັກສຶກສາ ສະຖາບັນສິຈິດສິນແຫ່ງຊາດ ໄດ້ຮັບທຶນການສຶກສາທັງໝົດ 30 ຄົນ, ຍິງ 15 ຄົນ ລວມມູນຄ່າທັງໝົດ 91,000,000 ກີບ(ເກົ້າສິບເອັດລ້ານກີບ). ເຊິ່ງນັກສຶກສາຜູ້ທີ່ຮັບທຶນແມ່ນຈະໄດ້ຮັບເບ້ຍລ້ຽງເປັນອັດຕາເງິນເດືອນໆລະ 300,000 ກີບ/ຄົນ ໃນແຕ່ລະສົກສຶກສາ.

ພາບບັນຍາກາດ

ພາບ ແລະ ຂ່າວ: ແວວປະກາຍ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.