ໃນຕອນບ່າຍ ວັນທີ 18 ພະຈິກ 2020 ຜ່ານມານີ້, ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີມອບ-ຮັບທຶນການສຶກສາ ຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ໃຫ້ແກ່ນັກສຶກສາ ມຊ, ໂດຍການກ່າວມອບ ຂອງທ່ານ ຄະທະຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ
ແລະກ່າວຮັບໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ມີຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທຶນການສຶກສາ ຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ແມ່ນທຶນການສຶກສາທີ່ສົ່ງເສີມການສຶກສາໃນລະດັບຊັ້ນມັດທະຍົມສຶກສາ ຈົນຮອດຂັ້ນມະຫາວິທະຍາໄລ, ເຊິ່ງໃນສົກສຶກສານີ້ ບໍລິສັດໄຟຟ້າຫົງສາ ຈໍາກັດ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມຊ ຈໍານວນ 5 ທຶນ; ເປັນນັກສຶກສາໃນຊັ້ນປີທີ 4 ຂອງ 3 ຄະນະວິຊາ ຄື ຄະນະວິສະວະກໍາສາດ, ຄະນະນິຕິສາດ ແລະລັດຖະສາດ ແລະຄະນະເສດຖະສາດ ແລະບໍລິຫານທຸລະກິດ. ນັກສຶກສາທີ່ໄດ້ຮັບທຶນການສຶກສານີ້ ແມ່ນໄດ້ຜ່ານການຄັດເລືອກຈາກຄະນະກໍາມະການ ແລະເປັນນັກສຶກສາທີ່ມີການຮຽນໃນລະດັບດີ, ມີຄວາມຮູ້ຄວາມສາມາດ ແລະເປັນນັກສຶກສາທີ່ມາຈາກຄອບຄົວທຸກຍາກ. ເຊິ່ງທຶນທີ່ໄດ້ຮັບຈາກ ບໍລິສັດໄຟຟ້າຫົງສາ ປະກອບມີ ຄ່າຮຽນ, ຄ່າອຸປະກອນການຮຽນ ຄິດເປັນອັດຕະເງິນເດືອນ ແມ່ນເດືອນລະ 600,000 ກີບ(ຫົກແສນກີບ) ຕໍ່ຄົນ ແລະໄດ້ໄປເຝິກງານຢູ່ບໍລິສັດດັ່ງກ່າວ, ພ້ອມນັ້ນນັກສຶກສາຈໍານວນ 5 ຄົນ ທີ່ໄດ້ຮັບທຶນ ຍັງໄດ້ຮັບສິດເຂົ້າເປັນພະນັກງານຕາມສັນຍາ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ ເປັນເວລາ 2 ປີ ແລະຖ້າເງື່ອນໄຂຄົບຖ້ວນ ແມ່ນສາມາດຮັບເອົາເຂົ້າເປັນພະນັກງານປະຈໍາຂອງບໍ່ລິສັດດັ່ງກ່າວ ຕະຫຼອດໄປ.