ໃນຕອນບ່າຍວັນທີ 18 ພະຈິກ 2020 ຜ່ານມານີ້, ສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບສະຫະພັນແມ່ຍິງ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ(ປທສ)
ໄດ້ຈັດພິທີສະເຫຼີມ-ສະຫຼອງວັນສົນທິສັນຍາ ວ່າດ້ວຍສິດທິເດັກ(ວັນທີ 20 ພະຈິກ 1991) ແລະວັນສາກົນເພື່ອຢຸດຕິຄວາມຮຸ່ນແຮງຕໍ່ແມ່ຍິງ(ວັນທີ 25 ພະຈິກ 1993)ຂຶ້ນທີ່ສະໂມສອນ ມຊ. ໂດຍການເປັນປະທານຮ່ວມຂອງທ່ານ ທອງໄສ ຊານໄຊຍະ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ປະທານກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ ກະຊວງ ປທສ, ທ່ານ ຮສ. ໂພສີ ທິບດາວັນ ຄະນະປະຈຳພັກ, ຮອງອະທິການບໍດີ, ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ ມຊ, ມີບັນດາປະທານສາມອົງການຈັດຕັ້ງມະຫາຊົນທັງສອງຝ່າຍ, ມີບັນດາຄະນະບໍລິຫານງານສະຫະພັນແມ່ນຍິງຮາກຖານ, ພ້ອມດ້ວຍຕາງໜ້າພະນັກງານ, ຄູ-ອາຈານ ແລະຕົວແທນທັງສຶກສາຄະນະວິຊາຕ່າງໆອ້ອມຂ້າງ ມຊ. ເຂົ້າຮ່ວມ.
ຈຸດປະສົງໃນການຈັດກອງປະຊຸມຮ່ວມຂອງສອງຝ່າຍຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມ-ສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກ ວັນທີ 20 ພະຈິກ ແລະລະນຶກວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິ ວັນທີ 25 ພະຈິກ ພ້ອມທັງເປັນການເຜີຍແຜ່ນິຕິກໍາ ແລະແນະນຳການຄຸ້ມຄອງລະບົບການຂຶ້ນທະບຽນເລກໝາຍໂທລະສັບ. ທ່ານ ປອ. ນາງ ໄຈມາລີິ ພະກະຊຸມ ຮອງຫົວໜ້າອົງການດັດສົມ ໂທລະຄົມມະນາຄົມ ກະຊວງ ປທສ ໄດ້ຂຶ້ນເຜີຍແຜ່ນິຕິກຳ ແລະແນະນຳການຄຸ້ມຄອງລະບົບການຂຶ້ນທະບຽນເລກໝາຍໂທລະສັບ ເຊິ່ງທ່ານໄດ້ໃຫ້ຮູ້ຄວາມເປັນມາ ແລະຄວາມໝາຍ-ຄວາມສຳຄັນຂອງວຽກງານຂຶ້ນທະບຽນເລກໝາຍໂທລະສັບ,
ໝາຍເລກໂທລະສັບທີ່ຕ້ອງການຂຶ້ນທະບຽນ, ສະຖານທີ່ຂຶ້ນທະບຽນ, ເອກະສານນຳໃຊ້ໃນການຂຶ້ນທະບຽນ, ວິທີການກວດກາຜົນການຂຶ້ນທະບຽນແບບບຸກຄົນ, ສິດ ແລະພັນທະຂອງຜູ້ໃຊ້ເລກໝາຍໂທລະສັບ, ຂໍ້ຫ້າມ ແລະມາດຕະການປັບໃໝ ພ້ອມທັງໄດ້ຊົມຄິບວີດີໂອ ກ່ຽວກັບວິທີການລົງທະບຽນໝາຍເລກໂທລະສັບຜ່ານແອັບພີເຊຊັ້ນ ລາວເຄວາຍຊີ(LaoKYC). ນອກຈາກນັ້ນ, ໃນພິທີ ຍັງໄດ້ມີກິດຈະກຳສົນທະນາທະນາຖາມ-ຕອບ ເພື່ອແຈກຂອງລາງວັນໃຫ້ນັກສຶກສາ ແລະມີບູດຂອງບັນດາບໍລິສັດໂທລະຄົມມະນາຄົມ ເພື່ອໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະປະຊາຊົນທົ່ວໄປໄດ້ຂຶ້ນທະບຽນໝາຍເລກໂທລະສັບອີກດ້ວຍ.