ໃນຕອນບ່າຍ ວັນທີ 16 ພະຈິກ 2020 ນີ້ ທີ່ຫ້ອງປະຊຸມຕຶກສໍານັກງານ ອະທິການບໍດີ, ບໍລິສັດຮັບພັດທະນາ ແລະທີ່ເປິກສາ ຈໍາກັດຜູ້ດຽວ ໄດ້ມອບເງິນສະໜັບສະໜູນໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ໂຄງການ ການພັດທະນາລະບົບບໍລິຫານ ການຮຽນ-ການສອນແບບທັນສະໄໝ
, ໂດຍການເປັນກຽດມອບຂອງທ່ານ ຄະຈອນສັກ ດວງພຸດທາ ຮອງປະທານບໍລິສັດຮັບພັດທະນາ ແລະທີ່ເປິກສາ ຈໍາກັດຜູ້ດຽວ ແລະກ່າວຮັບຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໂຄງການ ການພັດທະນາລະບົບບໍລິຫານ ການຮຽນ-ການສອນແບບທັນສະໄໝ ເປັນໂຄງການຮ່ວມມືລະຫວ່າງ ມຊ ແລະບໍລິສັດຮັບພັດທະນາ ແລະທີ່ເປິກສາ ຈໍາກັດຜູ້ດຽວ ແມ່ນໄດ້ລົງນາມເຊັນສັນຍາຮ່ວມມືກັນມາແຕ່ເດືອນ ກໍລະກົດ 2020, ພາຍຫຼັງການລົງນາມຮ່ວມມື ທັງສອງຝ່າຍໄດ້ປະສານງານກັນຢ່າງໃກ້ສິດ ແລະກົມກຽວຕະຫຼອດມາ, ເພື່ອແນໃສ່ພັດທະນາລະບົບການຮຽນ-ການສອນແບບທັນສະໄໝ, ສາມາດດໍາເນີນໄປຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນດ້ານປະສິດທິພາບຕາມທີ່ວາງໄວ້.
ສໍາລັບເງິນທີ່ທາງ ບໍລິສັດຮັບພັດທະນາ ແລະທີ່ເປິກສາ ຈໍາກັດຜູ້ດຽວ ນໍາມາມອບໃຫ້ ມຊ ຄັ້ງນີ້ ມີຈໍານວນ 6,972,000 ກີບ (ຫົກລ້ານເກົ້າແສນເຈັດສິບສອງພັນກີບຖ້ວນ) ເພື່ອພັດທະນາລະບົບບໍລິຫານ ການຮຽນ-ການສອນແບບທັນສະໄໝ ພາຍໃນ ມຊ, ໂດຍສະເພາະແມ່ນນໍາມາປັບປຸງ ແລະຊື້ອຸປະກອນໄອທີ ເຂົ້າຫ້ອງປະຊຸມ 205 ແລະຫ້ອງປະຊຸມ 213 ຕຶກສໍານັກງານອະທິການບໍດີ ມຊ.