ນັກສຶກສາປະລິນຍາໂທ ຄສຄ ໄປທັດສະນະສຶກສາ ທີ່ບ້ານຈັດສັນຍົກຍ້າຍຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ

      ໃນລະຫວ່າງ ວັນທີ 25-26 ກໍລະກົດ 2020 ຜ່ານມານີ້, ນັກສຶກສາປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍຮຸ່ນທີ I ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໄປທັດສະນະສຶກສາ ທີ່ບ້ານຈັດສັນຍົກຍ້າຍທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຶ່ມ 2 ແລະເຂື່ອນໄຟຟ້ານໍ້າລີກ 1 ທີ່ແຂວງວຽງຈັນ. ນໍາໂດຍທ່ານ ປອ.ສາຍໃຈ ສີລາເດດ ຮອງຫົວໜ້າພາກວິຊາສັງຄົມສົງເຄາະ ແລະການພັດທະນາ, ຫົວໜ້າສູນຄົ້ນຄວ້າ ແລະເຝິກອົບຮົມ ດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ ແລະມີນັກສຶກສາປະລິນຍາໂທສາຂາ ການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍຮຸ່ນທີ I ຈໍານວນ 20 ຄົນເຂົ້າຮ່ວມ,

      ການລົງທັດສະນະສຶກສາຄັ້ງນີ້, ຄະນະອາຈານ ແລະນັກສຶກສາປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍຮຸ່ນທີ I ໄດ້ໄປຢ້ຽມຢາມບ້ານໂພນສະຫວາດ ເມືອງເຟືອງ ເຊິ່ງເປັນບ້ານທີ່ຖືກຈັດສັນຍົກຍ້າຍ ທີ່ໄດ້ຮັບຜົນກະທົບໂຄງການສ້າງເຂື່ອນໄຟຟ້ານໍ້າງຶ່ມ 2 ແລະໄປຢ້ຽມຢາມບ້ານວຽງທອງ ເມືອງຫີນເຫີບ ແຂວງວຽງຈັນ ເປັນບ້ານທີ່ຖືກຈັດສັນຍົກຍ້າຍ ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍ້າລີກ 1, ໃນການໄປຢ້ຽມຢາມແຕ່ລະບ້ານ ແມ່ນໄດ້ຮັບຟັງການບັນຍາຍຂໍ້ມູນຕ່າງໆກ່ຽວກັບ 2 ບ້ານ, ໂດຍສະເພາະແມ່ນ ສະພາບການຈັດສັນຍົກຍ້າຍ, ການຈ່າຍເງິນຄ່າທົດແທນຄ່າເສຍຫາຍ, ການຈັດສັນການຟື້ນຟູອາຊີບຂອງປະຊາຊົນ, ການຈັດສັນທີ່ຢູ່ອາໄສ, ການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຍົກຍ້າຍ, ການຄຸ້ມຄອງສະພາບແວດລ້ອມ, ເສດຖະກິດ-ສັງຄົມ ແລະວັດທະນະທໍາ, ການກວດກາຄຸນນະພາບຂອງນໍ້າ ແລະການຈັດສັນຫາອາຊີບເພື່ອພື້ນຟູຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການຈັດສັນຍົກຍ້າຍດັ່ງກ່າວ. ໂອກາດດຽວກັນ ຄະນະອາຈານ ແລະນັກສຶກສາປະລິນຍາໂທ ຍັງໄດ້ລົງພື້ນທີ່ໄປຢ້ຽມຢາມເຮືອນປະຊາຊົນ 2 ບ້ານຄື: ບ້ານໂພນສະຫວາດ ແລະບ້ານວຽງທອງ  ເຊິ່ງເປັນບ້ານທີ່ຖືກຈັດສັນຍົກຍ້າຍອອກຈາກໜ້າເຂື່ອນໄຟຟ້ານໍ້າງຶ່ມ 2 ແລະ ເຂື່ອນໄຟຟ້ານໍ້າລີກ 1 ທີ່ໄດ້ຮັບຜົນກະທົບ; ທັງນີ້ກໍເພື່ອເກັບຂໍ້ມູນທີ່ເປັນບົດຮຽນຕໍ່ຕົນເອງ ກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະການສ້າງຄວາມສາມາດໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ຈາກນັ້ນໄດ້ໄປຢ້ຽມຊົມເຂື່ອນໄຟຟ້ານໍ້າລີກ 1 ແລະໄປຢ້ຽມຊົມເສັ້ນທາງລົດໄຟໃນເຂດເມືອງຫີນເຫີບ ເພື່ອສຶກສາເບິ່ງສະພາບຄວາມເປັນຈິງ. ໃນວັນດຽວກັນ ຄະນະອາຈານ ແລະນັກສຶກສາ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບ້ານໂພນສະຫວາດ ເມືອງເຟືອງ ແຂວງວຽງຈັນ, ເຊິ່ງປະກອບມີ: ຄອມພິວເຕີ, ປຣີ່ນເຕີ, ອຸປະກອນການຮຽນ, ເຄື່ອງກີລາ, ເຄື່ອງນຸ່ງຫົ່ມ ແລະອາຫານແຫ້ງປະເພດຕ່າງໆ ລວມມູນຄ່າທັງໝົດ 16,523,000 ກີບ.

      ຈຸດປະສົງຂອງການໄປທັດສະນະສຶກສາຂອງ ນັກສຶກສາປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍຄັ້ງນີ້ ກໍເພື່ອໃຫ້ນັກສຶກສາໄດ້ມີໂອກາດສໍາຜັດກັບຂະບວນການຄຸ້ມຄອງການຈັດສັນຕົວເມືອງນ້ອຍທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ເພື່ອໃຫ້ນັກສຶກສາໄດ້ສຶກສາຄົ້ນຄວ້າ, ແລກປ່ຽນ ແລະຮຽນຮູ້ຕົວຈິງກັບອໍານາດການປົກຄອງບ້ານ ແລະຜູ້ຖືກຍົກຍ້າຍກ່ຽວກັບຂະບວນການຄຸ້ມຄອງ ເພື່ອເກັບກໍາຂໍ້ມູນຈາກພາກສະໜາມນໍາມາສຶກສາຄົ້ນຄວ້າໃຫ້ເກີດປະໂຫຍດແກ່ສັງຄົມ. ການທັດສະນະສຶກສາ ແລະເຝິກປະຕິບັດພາກສະໜາມຄັ້ງນີ້ ຈັດຂຶ້ນໂດຍ: ສູນຄົ້ນຄວ້າ ແລະເຝິກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍຫຼື RTC, ພາຍໃຕ້ການສະໜັບສະໜູນໂດຍ: ໂຄງການສ້າງຄວາມສາມາດດ້ານການສຶກສາການປ້ອງກັນສັງຄົມ, ທະນາຄານໂລກ ແລະກອງທຶນປົກປັກຮັກສາສິ່ງແວດລ້ອມ.   

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.