ທ່ານ ພົງສະຫວັດ ບຸບຜາ ມອບປຶ້ມໃຫ້ແກ່ ຄສຄ

          ໃນຕອນບ່າຍວັນທີ 18 ກໍລະກົດ 2020 ຜ່ານມານີ້, ທ່ານ ພົງສະຫວັດ ບຸບຜາ ອະດີດຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມາຢ້ຽມຢາມຄະນະວິທະຍາສາດສັງຄົມ(ຄສຄ) ເພື່ອກະກຽມການປາຖະກະຖາກ່ຽວກັບການພົວພັນຕ່າງປະເທດໃຫ້ແກ່ຄູ-ອາຈານ ແລະນັກສຶກສາໃນ ຄສຄ, ໂດຍມີທ່ານ ຮສ.ປອ ເດຊານຸລາດ ແສນດວງເດດຮັກສາການ ຄະນະບໍດີ ຄສຄ ພ້ອມຄະນະໃຫ້ການຕ້ອນຮັບ.

        ໃນໂອກາດມາຢ້ຽມຢາມ ຄສຄ ທ່ານ ພົງສະຫວັດ ບຸບຜາ ໄດ້ມອບປຶ້ມຈຳນວນ 05 ເຫຼັ້ມ ເຊັ່ນ ປຶ້ມການຂະຫຍາຍຕົວຂອງລັດລາວ (ສະບັບພາສາລາວ ແລະພາສາອັງກິດ), ປຶ້ມການທູດລາວ 70 ປີ (1945-2015), ປຶ້ມຫໍຄຳທຳນຽບປະທານປະເທດ ແລະປຶ້ມ Lao Shitoryu Karatedo Academic 5th Anniversary 2016 ໃຫ້ແກ່ຫ້ອງສະໝຸດ ຄສຄ, ຮັບໂດຍທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ແລະທ່ານ ຮສ. ປອ. ບຸນທະວີ ສໍສຳພັນ ຮອງຄະນະບໍດີ, ເຊິ່ງປຶ້ມດັ່ງກ່າວລ້ວນແຕ່ມີຄຸນຄ່າ, ເປັນປະໂຫຍດ ແລະເປັນຄວາມຮູ້ໃນການສຶກສາຄົ້ນຄວ້າເຂົ້າໃນການຮຽນ-ການສອນໃຫ້ແກ່ຄູ-ອາຈານ ແລະນັກສຶກສາພາຍໃນຄະນະວິທະຍາສາດສັງຄົມ ກໍຄືຜູ້ທີ່ສົນໃຈສຶກສາຄົ້ນຄວ້າ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.