ຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ ເຜີຍແຜ່ວຽກວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ສະມາຊິກພັກຂອງຕົນ

ເພື່ອເປັນການກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະກີລາ, ໃນວັນທີ 12 ມິຖຸນາ 2020 ຜ່ານມານີ້, ຄະນະພັກຮາກຖານ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມ ກະກຽມຄວາມພ້ອມ ແລະເຜີຍແຜ່ວຽກວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ສະມາຊິກພັກ ສໍານັກງານອະທິການບໍດີ ມຊ, ພາຍໃຕ້ການເປັນຂອງ ສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະກີລາ, ອະທິການບໍດີ ມຊ, ມີສະຫາຍ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງປະທານກວດກາພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ ມຊ, ມີບັນດາສະຫາຍຄະນະພັກ ມຊ, ແຂກທີ່ຖືກເຊີນ ແລະສະມາຊິພັກ ທົ່ວຮາກຖານ ສໍານັກງານອະທິການບໍດີ ມຊ ເຂົ້້າຮ່ວມ.
ໃນໂອກາດນີ້, ສະຫາຍ ຄໍາເຜີຍ ພົມມະຈັນ ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ ໄດ້ລາຍງານສະພາບການຈັດຕັ້ງເຄື່ອນໄຫວວຽກງານ ຄະນະພັກຮາກຖານສໍານັກງານອະທິການບໍດີ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການເມືອງ-ແນວຄິດ ແລະການຈັດຕັ້ງປະຕິບັດວຽກງານອື່ນໆ.
ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະການໂອ້ລົມ ຈາກຄະນະຮັບຜິດຊອບກະກຽມການຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະກີລາ, ໂດຍສະເພາະແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະສະກັດກັ້ນປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນສັງຄົມ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນທົ່ວປວງຊົນ, ເພື່ອໃຫ້ສະມາຊິກພັກມີສະຕິຕໍ່ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໂດຍສະເພາະທາງສື່ອອນລາຍ, ການຕົວະຢົວະຫຼອກລວງຂອງກຸ່ມຄົນບໍດີ ແລະສ້າງຄວາມເສື່ອມເສຍໃຫ້ແກ່ສັງຄົມ ເວົ້າລວມ; ເວົ້າສະເພາະ ກໍຄື ອົງການຈັດຕັ້ງພັກ, ທັງນີ້້ ກໍເພື່ອຮັບປະກັນໄດ້ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະກີລາ ທີ່ຈະຈັດຂຶ້ນໃນໄວໆນີ້ ໃຫ້ມີຜົນສໍາເລັດອັນຈົບງາມ.