ມຊ ຮ່ວມກັບ ມວສ ແລກປ່ຽນບົດຮຽນວຽກງານພົວພັນຕ່າງປະເທດ


ໃນຕອນເຊົ້າວັນທີ 12 ມິຖຸນາ 2020 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານພົວພັນຕ່າງປະເທດ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະທ່ານ ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະຜູ້ທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຮ່ວມກັນ ຂອງສອງມະຫາວິທະຍາໄລໃນຄັ້ງນີ້, ແມ່ນເພື່ອແລກປ່ຽນບົດຮຽນ ວຽກງານພົວພັັນຕ່າງປະເທດ ເຊິ່ງກັນ ແລະກັນ ເປັນຕົ້ນແມ່ນ ຂັ້ນຕອນການດຳເນີນເອກະສານ, ການຂໍອະນຸມັດຮັບເອົາຊ່ຽວຊານຈາກຕ່າງປະເທດ ແລະວຽກງານປິ່່ນອ້ອມອື່ນໆທີ່ກ່ຽວຂ້ອງ; ເຊິ່ງທັງສອງມະຫາວິທະຍາໄລ ໄດ້ມີການຜັັດປ່ຽນກັນນຳສະເໜີວຽກງານດັ່ງກ່າວ ແລະປຶກສາຫາລື ຫາແນວທາງແກ້ໄຂບາງໜ້າວຽກທີ່ຍັງຄົງຄ້າງຮ່ວມກັນ.