ພິທີປະກາດການແຕ່ງຕັ້ງຕຳແໜ່ງຫົວໜ້າຫ້ອງການຄຸ້ມຄອງເຄຫະ ແລະບໍລິການ

         ໃນຕອນເຊົ້າວັນທີ 12 ມິຖຸນາ 2020 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ)ໄດ້ຈັດພິທີ ມອບ-ຮັບຕໍາແໜ່ງຫົວໜ້າຫ້ອງການຄຸ້ມຄອງເຄຫະ ແລະບໍລິການ ຂຶ້ນທີ່ຕຶກສຳນັກງານອະທິການບໍດີ ມຊ. ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີບັນດາ ທ່ານ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານຫ້ອງການຄຸ້ມຄອງເຄຫະ ແລະບໍລິການເຂົ້າຮ່ວມ.

      ໃນພິທີ ທ່ານ ປອ. ຊາຍຄຳ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານດຳລົງຕຳແໜ່ງ ບໍລິຫານ ຂອງ ມຊ ສະບັບເລກທີ 1404/ສສກ, ລົງວັນທີ 28 ພຶດສະພາ 2020. ໂດຍໄດ້ແຕ່ງຕັ້ງ ທ່ານ ກົງຄຳ ສີລາພົມ ວ່າການຫົວໜ້າຫ້ອງການຄຸ້ມຄອງເຄຫະ ແລະບໍລິການ ເປັນຫົວໜ້າຫ້ອງການຄຸ້ມຄອງເຄຫະ ແລະບໍລິການ ມຊ. ໂອກາດດັ່ງກ່າວ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນສຳເລັດ ທີ່ບັນດາພະນັກງານຫ້ອງການຄຸ້ມຄອງເຄຫະ ແລະບໍລິການ ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາ ມຊ. ເວົ້າລວມ; ເວົ້າສະເພາະແມ່ນໄດ້ເອົາໃຈໃສ່ຄຸ້ມຄອງເຄຫະສະຖານຕາມພາລະໜ້າທີ່ຂອງຕົນ ຢ່າງມີຄວາມຮັບຜິດຊອບສູງຕະຫຼອດໄລຍະຜ່ານມາ, ຈົນໄດ້ຮັບຜົນສໍາເລັດໃນຫຼາຍໆວຽກງານ. ພ້ອມນັ້ນ ທ່ານໄດ້ກ່າວເນັ້ນໃຫ້ຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານຈົ່ງຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃຫ້ມີຄວາມກ້າວໜ້າ ແລະໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.