ຊາວໜຸ່ມ ສສກ ທາບທາມຄະນະບໍລິຫານງານ ຮອບທີ 2


ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະກິລາ (ສສກ) ໄດ້ຈັດກອງປະຊຸມທາບທາມ ຮອບທີ 2 ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ເພື່ອປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່, ໂດຍໄດ້ຄັດເອົາຈຳນວນຜູ້ທີ່ລົງສະໝັກເລືອກຕັ້ງໃນຮອບ 2 ນີ້ ຈາກທັງໝົດ 35 ສະຫາຍ ຄັດເອົາ 25 ສະຫາຍ ຈາກຄະນະບໍລິຫານງານຊາວໜຸ່ມ 4 ຮາກຖານ ຄື: ຮາກຖານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ, ສຳນັກກະຊວງ ແລະຮາກຖານຊາວໜຸ່ມອ້ອມຂ້າງ ເພື່ອຄັດເລືອກເອົາຄະນະຊຸດໃໝ່ມາສືບຕໍ່ຊີ້ນຳນຳພາວຽກງານໃຫ້ກ້າວໜ້າຂຶ້ນເລື້ອຍໆ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 4 ມີນາ 2020 ຜ່ານມາ ທີ່ຫ້ອງປະຊຸມ ສະໂມສອນ ຂອງມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ສຳລານ ພັນຄະວົງ ຄະນະພັກກະຊວງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມກະຊວງສຶກສາທິການ ແລະກີລາ ພ້ອມດ້ວຍຮອງເລຂາຊາວໜຸ່ມກະຊວງ, ຄະນະຊາວໜຸ່ມກະຊວງ ແລະຄະນະຊາວໜຸ່ມຈາກ 4 ພາກສ່ວນເຂົ້າຮ່ວມ 400 ກວ່າສະຫາຍ.
ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເປັນການທາບທາມ ຮອບທີ 2 ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກິລາ ແລະປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່, ໂດຍໄດ້ຄັດເອົາຈຳນວນຜູ້ທີ່ລົງສະໝັກເລືອກຕັ້ງໃນຮອບ 2 ມີທັງໝົດ 35 ສະຫາຍ ຈາກຄະນະບໍລິຫານງານຊາວໜຸ່ມ 4 ຮາກຖານ ຄື: ຮາກຖານຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ, ສຳນັກກະຊວງ ແລະຮາກຖານຊາວໜຸ່ມອ້ອມຂ້າງ ຊຶ່ງຮອບທີ່ 2 ຈະຄັດເລືອກເອົາ 25 ສະຫາຍ ເຊິ່ງກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະກິລາ ຈະເປີດຂຶ້ນໃນວັນທີ 19 ມີນາ 2020 ນີ້, ໂດຍແນໃສ່ເລືອກເອົາຄະນະຊຸດໃໝ່ເພື່ອສືບຕໍ່ຊີ້ນຳນຳພາວຽກງານຊາວໜຸ່ມພາຍໃນກະຊວງໃຫ້ມີການພັດທະນາ ແລະມີຄວາມກ້າວໜ້າຂຶ້ນເລື້ອຍໆ. ສຳລັບມາດຕະຖານ ແລະເງື່ອນໄຂຂອງຜູ້ລົງສະໝັກເປັນຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະກີລາ ແມ່ນຕ້ອງຕ້ອງມີຄຸນທາດການເມືອງທີ່ໜັກແໜ້ນ, ຢຶດໝັ້ນອຸດົມການຂອງພັກ, ມີຄວາມເປັນເອກະພາບຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ເຄົາລົບ ແລະປະຕິບັດກົດໝາຍ-ລັດຖະທຳມະນູນ, ມີສະຕິຖືສາຍໄຍການຈັດຕັ້ງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມບໍລິສຸດ ຈິງໃຈ, ຍຸຕິທຳ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ ແລະບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວຈຸ້ມເຈື້ອພັກພວກ, ມີຄວາມຮູ້ຄວາມສາມາດ ທາງດ້ານລະດັບທິດສະດີການເມືອງຂັ້ນບຳລຸງ ຫຼືໄດ້ຜ່ານການຝຶກອົບຮົມທິດສະດີວຽກງານຊາວໜຸ່ມ, ເຄີຍເປັນເລຂາຊາວໜຸ່ມຂັ້ນຮາກຖານໃດໜຶ່ງມາແລ້ວ ແລະອາຍຸບໍ່ກາຍ 45 ປີ.