ມຊ ເຜີຍແຜ່ ແລະໃຫ້ຄວາມຮູ້ກ່ຽວກັບການສະກັດກັ້ນພະຍາດປອດອັກເສບຈາກເຊື້ອຈຸລາໂຣກສາຍພັນໃໝ່


ໃນຕອນບ່າຍວັນທີ 3 ມີນາ 2020 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເຜີຍແຜ່ແລະໃຫ້ຄວາມຮູ້ກ່ຽວກັບການສະກັດກັ້ນພະຍາດປອດອັກເສບຈາກເຊື້ອຈຸລາໂຣກສາຍພັນໃໝ່ (COVID-19) ຂຶ້ນທີ ສະໂມສອນ ມຊ. ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທະຍາ ກະຊວງສາທາລະນະສຸກ, ທ່ານ ດຣ. ສຸຊາດາ ສຸລິຍະວົງ ຜູ້ອຳນວຍການໂຮງໝໍວິທະຍາເຂດດົງໂດກ, ມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນພິທີ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ໄດ້ຂຶ້ນບັນຍາຍກ່ຽວກັບການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລາໂຣກສາຍພັນໃໝ່ (COVID-19) ໃນທົ່ວໂລກປັດຈຸບັນມີຜູ້ຕິດເຊື້ອ ຈຳນວນ 90,937 ຄົນ, ເສຍຊີວິດ 3,117 ຄົນ, ປິ່ນປົວຫາຍດີ 48,063 ຄົນ ໃນ 66 ປະເທດທົ່ວໂລກ(ຂໍ້ມູນວັນທີ 3 ມີນາ 2020). ສຳລັບ ສປປ ລາວ ມີກໍລະນີສົງໃສ 47 ຄົນ ຜົນກວດ 46 ຄົນແມ່ນບໍ່ພົບເຊື້ອ ແລະ ອີກ 1 ຄົນ ແມ່ນລໍຖ້າຜົນກວດ. ປັດຈຸບັນສາມາດຢັ້ງຢືນວ່າຍັງບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ແຕ່ທາງກະຊວງສາທາລະນະສຸກກໍໄດ້ກຽມຄວາມພ້ອມເພື່ອຮັບມືກັບການລະບາດຂອງພະຍາດດັ່ງກ່າວ ໂດຍການຕັ້ງຄະນະສະເພາະກິດ ເພື່ອປະສານງານ ໃຫ້ຂໍ້ມູນຂ່າວສານແກ່ປະຊາຊົນ, ອອກແຈ້ງການກ່ຽວກັບການເຝົ້າລະວັງການລະບາດຂອງພະຍາດ, ກວດກາ ແລະຄັດກອງຜູ້ທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງສູງ, ຕັ້ງເຄື່ອງກວດຢູ່ຊາຍແດນທຸກຈຸດ ນອກຈາກນີ້ ຍັງລົງເຜີຍແຜ່ວິທີປ້ອງກັນ ແລະຫຼີກລ່ຽງຈາກພະຍາດໃນແຕ່ລະເຂດທີ່ມີຄວາມສ່ຽງສູງ. ພະຍາດດັ່ງກ່າວແມ່ນສາມາດຕິດໄດ້ຈາກຄົນສູ່ຄົນ ໂດຍການໄອ, ຈາມ ແລະສຳຜັດກັບຜູ້ທີ່ຕິດເຊື້ອ. ສະນັ້ນ, ວິທີປ້ອງກັນ ທຸກຄົນຄວນໜັ່ນອອກກຳລັງກາຍ, ໜັ່ນລ້າງມືໃຫ້ສະອາດ, ກິນອາຫານທີ່ປຸງສຸກ, ຫຼີກລ່ຽງຈາກຜູ້ຕິດເຊື້ອ, ເວລາໄອຈາມຄວນປິດປາກ, ດັງ ແລະຄວນໃສ່ໜ້າກາກອະນາໄມ ເມື່ອຈຳເປັນຕ້ອງອອກໄປຢູ່ຮ່ວມກັບຄົນຈຳນວນຫຼາຍ.
ອາການຂອງຜູ້ຕິເຊື້ອຈະມີອາການໄຂ້, ໄອ, ເຈັບຄໍ ແລະຫາຍໃຈຍາກ. ຖ້າຫາກທ່ານໃດມີອາການຄືດັ່ງທີ່ກ່າວມານັ້ນ ຫຼືຫາກພົບຜູ້ທີ່ມີອາການ ຫຼືມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ແນະນໍາໃຫ້ເຂົາເຈົ້າໄປກວດຢູ່ໂຮງໝໍມິດຕະພາບ (150 ຕຽງ) ຫຼືໂທຫາເບີ 166 ໄດ້ຕະຫຼອດ 24 ຊົ່ວໂມງ. ໃນພິທີທ່ານໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນຄວາມຄິດເຫັນ ເພື່ອຫາວິທີແກ້ໄຂ ແລະປ້ອງກັນພະຍາດດັ່ງກ່າວອີກດ້ວຍ.