ມຊ. ຈັດພິທີປາຖະກະຖາ ຫົວຂໍ້ “ວັດທະນະທຳແມ່ຍິງລາວໃນຍຸກໃໝ່” ແລະ “ຄຸນຄ່າຂອງຄວາມຮັກອັນບໍລິສຸດ”


ໃນວັນທີ 3 ມີນາ 2020 ນີ້, ສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີປາຖະກະຖາ ໃນຫົວຂໍ້ “ວັດທະນະທຳແມ່ຍິງລາວໃນຍຸກໃໝ່” ແລະ “ ຄຸນຄ່າຂອງຄວາມຮັກອັນບໍລິສຸດ” ຂຶ້ນທີ່ ສະໂມສອນເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໂດຍການໃຫ້ກຽດບັນຍາຂອງ ທ່ານ ນາລີ ສີສຸລິດ ພັນລະຍາ ຂອງການນຳຂັ້ນສູງແຫ່ງ ສປປ ລາວ, ເຂົ້າຮ່ວມມີທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ມີທ່ານ ຈັກກະລິນ ອຽມສຳອາງ ຮອງເລຂາ ມຸນນິທິ ສັນຕິພາບສາກົນ, ມີບັນດາທ່ານແຂກທີ່ຖືກເຊີນ, ບັນດາຄະນະສະຫະພັນແມ່ຍິງແຕ່ລະຮາກຖານ ອ້ອມຂ້າງ ມຊ. ພ້ອມດ້ວຍຜູ້ຕາງໜ້າສະມາຊິກແມ່ຍິງທີ່ເປັນນັກສຶກສາຈໍານວນ 300 ຄົນເຂົ້າຮ່ວມ.
ຈຸດປະສົງໃນການຈັດພິທີຄັ້ງນີ້ແມ່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ v ຂອງອົງຄະນະພັກ ມຊ ແລະກອງປະຊຸມໃຫຍ່ຄັ້ງທີ່ xx ຂອງສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະກີລາ ແລະເພື່ອເປັນການສະເຫຼີມ-ສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 110 ປີ. ໂອກາດນີ້ທ່ານ ນາລີ ສີສຸລິດ ໄດ້ຂຶ້ນບັນຍາຍໃນຫົວຂໍ້ “ວັດທະນະທຳແມ່ຍິງລາວໃນຍຸກໃໝ່” ເຊິ່ງກ່ອນອື່ນທ່ານໄດ້ເລົ່າປະຫວັດຫຍໍ້ຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ພ້ອມທັງໄດ້ຍົກໃຫ້ເຫັນຄວາມສະເໜີພາບລະຫວ່າງ ຍິງ-ຊາຍ ໃນຄອບຄົວ. ການສົ່ງເສີມ ແລະພັດທະນາແມ່ຍິງ, ເຍົາວະຊົນ ແລະໄວໜຸ່ມຮັບປະກັນສິດ ແລະການພັດທະນາທີ່ສະເໝີພາບເທົ່າທຽມກັນລະຫວ່າງ ຍິງ-ຊາຍ ບໍ່ວ່າຈະເປັນດ້ານການເມືອງ, ດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ ແລະຄອບຄົວ ຫຼຸດຜ່ອນການຈຳແນກ ແລະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ເອົາໃຈໃສ່ການປົກປ້ອງຊ່ວຍເຫຼືອ, ການພັດທະນາ ແລະການມີສ່ວນຮ່ວມຂອງແມ່ຍິງ, ຊຸກຍູ້ສົ່ງເສີມ ແລະໃຫ້ໂອກາດແກ່ແມ່ຍິງປະກອບສ່ວນເຂົ້າໃນຂະບວນການພັດທະນາໃຫ້ຫຼາຍຂຶ້ນ; ສ້າງໃຫ້ຊາວໝຸ່ມ ແລະເຍົາລະຊົນບັນດາເຜົ່າເປັນກຳລັງສືບທອດມູນເຊື້ອ, ອຸດົມການຂອງພັກ ແລະຂອງຊາດໂດຍການສຶກສາອົບຮົມ ໃຫ້ມີຄຸນທາດການເມືອງໜັກແໜ້ນ ຮູ້ປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະຊົນເຜົ່າ, ມີຈິດໃຈສາມັກຄີ, ປະຕິບັດພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພັດທະນາເສດຖະກິດ-ສັງຄົມ ແລະຍົກລະດັບການສຶກສາວິຊາຊີບ ແລະສີມືແຮງງານ ວິທະຍາສາດ-ເຕັກໂນໂລຢີໃໝ່ທີ່ທັນສະໄໝ ແລະພາສາຕ່າງປະເທດ. ເຮັດໃຫ້ແມ່ຍິງຍຸກໃໝ່ ຮູ້ບຳລຸງຮັກສາສຸຂະພາບ ຮ່າງກາຍ ແລະຈິດໃຈ ປູກຈິດສຳນຶກທີ່ຖືກຕ້ອງ ຕີຖອຍປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນສັງຄົມ ແລະຈຳກັດພຶດຕິກຳ ລະເມີດລະບຽບກົດໝາຍໃນຖັນແຖວຊາວໝຸ່ມແມ່ຍິງ.
ທ່ານກ່າວອີກວ່າ ຢາກໃຫ້ແມ່ຍິງຍຸກໃໝ່ເປັນກໍາລັງສືບທອດມູນເຊື້ອ ແລະອຸດົມການຂອງພັກ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນດີ ມີຄຸນສົມບັດ ແລະມີຄວາມຮູ້, ມີຄວາມສາມາດ ພິເສດ ແມ່ນການປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊົນເຜົ່າເປັນຕົ້ນແມ່ນການຮັກ ແລະການສະຫງວນໂຕ ສະແດງອອກໃນການນຸ່ງຖື, ມາລະຍາດໃນການປາກເວົ້າ, ເປັນຄົນດຸໜັ່ນພາກພຽນ, ຕື່ນເດິກລຸກເຊົ້າ, ຮູ້ວຽກເຮືອນການຊານ, ເປັນຄົນມີນ້ຳໃຈໂອບເອື້ອອາລີ, ນັບທັງການໄປ-ການມາຕ່າງໆ ໃຫ້ສົມກັບຄຳຂວັນແມ່ຍິງໃນຍຸກໃໝ່ທີ່ວ່າ: ເປັນແມ່ຍິງທີ່ອ່ອນໂຍນ ແຕ່ບໍ່ແມ່ນອ່ອນແອ ເປັນແມ່ຍິງທີ່ເຂັ້ມແຂງ ແຕ່ບໍ່ແມ່ນແມ່ຍິງທີ່ແຂງກະດ້າງ.
ນອກຈາກນັ້ນ ໃນພິທີຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ “ຄຸນຄ່າຂອງຄວາມຮັກອັນບໍລິສຸດ” ຈາກທ່ານ ຈັກກະລິນ ອຽມສຳອາງ ຮອງເລຂາ ມຸນນິທິ ສັນຕິພາບສາກົນ ອີກດ້ວຍ.