ຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ ຮ່ວມກັບພະແນກຈັດຕັ້ງຂອງຄະນະວິຊາຈັດກິດຈະກໍາເພື່ອສ້າງຄວາມສາມັກຄີພາຍໃນ


ໃນວັນທີ 21 ກຸມພາ 2020 ຜ່ານມານີ້, ຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກຈັດຕັ້ງຂອງຄະນະວິຊາໄດ້ຈັດກິດຈະກໍາແຂ່ງຂັນຕີບູນ ຂຶ້ນທີ່ເດີ່ນກິລາເປຕັງ ຂອງຄະນະສະຖາປັດຕະຍະກໍາສາດ ມຊ. ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ. ພ້ອມດ້ວຍຄະນະ, ມີບັນດາທ່ານແຂກທີ່ຖືກເຊີນ, ທ່ານຫົວໜ້າຫ້ອງການ, ທ່ານຜູ້ອຳນວຍການສະຖາບັນ, ບັນດາທ່ານຫົວໜ້າພະແນກ, ຮອງພະແນກແຕ່ລະຄະນະວິຊາ ພ້ອມດ້ວຍບັນດາພະນັກງານຂອງພະແນກຈັດຕັ້ງພະນັກງານທົ່ວ ມຊ. ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນແມ່ຍິງສາກົນທີ່ຈະມາເຖິງນີ້ ແລະເພືື່ອເປັນການສ້າງໂອກາດໃຫ້ພະນັກງານໄດ້ພົບປະໂອ້ລົມແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃນວຽກງານຈັດຕັ້ງໃຫ້ວຽກງານດັ່ງກ່າວດຳເນີນໄປດ້ວຍດີີ ແລະມີການປະສານງານກັນສະດວກຍິ່ງຂຶ້ນກວ່າເກົ່າ ແລະເພື່ອເປັນການສ້າງຂະບວນການຟົດຟຶ້ນມ່ວນຊື່ນ ແລະຮັດແໜ້ນຄວາມສາມັກຄີ ຂອງບັນດາພະແນກຈັດຕັ້ງຢູ່ແຕ່ລະຄະນະວິຊາພາຍໃນ ມຊ ອີກດ້ວຍ. ພາຍໃນກິດຈະກໍາ ໄດ້ມີການແຂ່ງຂັນຕີບູນ ຊາຍ-ຍິງ ເພື່ອຊີງຂັນທ່ານເລຂາຄະນະພັກ ມຊ. ເຊິ່ງໄດ້ດໍາເນີນໄປຢ່າງຄຶກຄື້ນມ່ວນຊື່ນ ແລະມີຄວາມໝາຍ. ຜົນການແຂ່ງຂັນຕີບູນ ທີມຊາຍຂອງພະແນກຈັດຕັ້ງຄະນະອັກສອນສາດ ສາມາດຍາດໄດ້ຂັນລາງວັນໄປຄອງ ແລະທີມຍິງແມ່ນຈາກພະແນກຈັດຕັ້ງຄະນະວິທະຍາສາດການກິລາ-ກາຍະກຳ ສາມາດຍາດໄດ້ຂັນລາງວັນໄປຄອງ.