ພິທີປະກາດແຕ່ງຕັ້ງຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດຈຳນວນ 2 ທ່ານ

           ໃນວັນທີ 19 ກຸມພາ 2020 ຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດການແຕ່ງຕັ້ງທ່ານຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ ແລະເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍທ່ານຮອງອະທິການບໍດີ, ຄະນະ-ຮອງຄະນະບໍດີ, ແຂກຖືກເຊີນ, ພະນັກງານ,  ຄູ-ອາຈານ ເຂົ້າຮ່ວມ.

          ໃນພິທີ ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະກີລາ ກໍໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 118/ນຍ, ລົງວັນທີ 6 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍແຕ່ງຕັ້ງທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ເປັນຮອງອະທິການບໍດີ ແລະຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ, ລົງວັນທີ 6 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍແຕ່ງຕັ້ງທ່ານ ຮສ. ໂພສີ ທິບດາວັນ ເປັນຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

          ພ້ອມກັນນັ້ນ ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຮສ. ປອ. ກອງສີ ແສງມະນີ ເຊິ່ງທ່ານໄດ້ກ່າວສະແດງຄວາມຍໍຍ້ອງຊົມເຊີຍໃນການປະຕິບັດ ໜ້າທີ່ຂອງຄະນະພັກ ຄະນະນຳມະຫາວິທະຍາໄລແຫ່ງຊາດໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກກ່ຽວກັບການມີວິໄສທັດທີ່ກວ້າງໄກ, ມີການພັດທະນາຢ່າງຮອບດ້ານ ໃຫ້ທຽບເທົ່າກັບພາກພື້ນ ແລະສາກົນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ເໝາະສົມ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.