ຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ ແລະຄະນະພັກຮາກຖານ ກົມເສດຖະກິດ ກະຊວງການຕ່າງປະເທດ ຈັດກິດຈະກຳສ້າງຄວາມສາມັກຄີ

ໃນວັນທີ 13 ກຸມພາ 2020 ຜ່ານມານີ້, ຄະນະພັກຮາກຖານ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ຄະນະພັກຮາກຖານ ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກິດຈະກຳສ້າງຄວາມສາມັກຄີແຂ່ງຂັນກີລາບານເຕະ ຂຶ້ນທີ່ສະໜາມກີລາກາງ ມະຫາວິທະຍາໄລຫ່ງຊາດ, ເປັນກຽດເຂົ້າຮ່ວມພິທີຂອງສະຫາຍ ຮສ. ໂພສີ ທິບດາວັນ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ມີສະຫາຍ ວິລະສັກ ສົມພົງ ຮັກສາການ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ສະມາຊິກພັກທັງສອງຮາກຖານເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟື້່ນ.

         ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດທີ່ຈະໄຂຂຶ້ນໃນມໍ່ໆນີ້  ແລະຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມເສດຖະກິດ ກະຊວງການຕ່າງປະເທດ, ພ້ອມນັ້ນ ຍັງເປັນການສະເຫຼີມ-ສະຫຼອງ ແລະຊົມເຊີຍ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 54 ປີອີກດ້ວຍ.  ການຈັດກິດກໍາຄັງນີ້ ນອກຈາກເປັນການສ້າງຂະບວນການຕ້ອນຮັບວັນສໍາຕ່າງໆແລ້ວ, ຍັງເປັນການສ້າງຂະບວນການຟົດຟຶ້ນມ່ວນຊື່ນ ແລະຮັດແໜ້ນຄວາມສາມັກຄີ ຂອງສອງສະຖາບັນອີກດ້ວຍ. ພາຍໃນກິດຈະກໍາ ໄດ້ມີການແຂ່ງຂັນບານເຕະຊາຍ ເຊິ່ງໄດ້ດໍາເນີນໄປຢ່າງຄຶກຄື້ນມ່ວນຊື່ນ ແລະມີຄວາມໝາຍ ເຊິ່ງຜົນການແຂ່ງຂັນປະກົດວ່າ: ທີມບານເຕະ ຈາກຄະນະພັກຮາກຖານ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເອົາຊະນະ ທີມຄະນະພັກຮາກຖານ ກົມເສດຖະກິດ ກະຊວງການຕ່າງປະເທດ ໄປດ້ວຍ 5:4 ປະຕູ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.