ສະຖາບັນຂົງຈື ມຊ ຮ່ວມກັບ ບໍລິສັດພັດທະນາເວິນຊານເສິນໂຖຢົງຢວນສືແຢ້ຈໍາກັດ ມອບຜ້າອັດປາກໃຫ້ແກ່ສະຖານເອກອັກຄະລັດຖະທູດຈີນປະຈໍາລາວ


ໃນວັນທີ 12 ກຸມພາ 2020 ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ບໍລິສັດພັດທະນາເວິນຊານເສິນໂຖຢົງຢວນສືແຢ້ຈໍາກັດ ໄດ້ມອບຜ້າອັດປາກໃຫ້ແກ່ ສະຖານເອກອັກຄະລັດຖະທູດ ສປ. ຈີນ ປະຈໍ ສ ປປ ລາວ. ໂດຍການມອບ ຂອງທ່ານ ນາງ ຍອນວິໄລ ໄຊຍະເລີດ ຜູ້ອໍານວຍການ ສະຖາບັນຂົງຈື ມຊ (ຝ່າຍລາວ) ແລະຕາງໜ້າຮັບໂດຍທ່ານ ຈ້າວ ເສີນກາງ ທູດການເມືອງ ຂອງສະຖານ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ມີບັນດາທ່ານຮອງຜູ້ອຳນວຍການ ພ້ອມດ້ວຍພະນັກທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດດັ່ງກ່າວນິ້ ທ່ານ ນາງ ຍອນວິໄລ ໄຊຍະເລີດ ໄດ້ສະແດງຄວາມເຫັນໃຈຕໍ່ກັບ ສປ.ຈີນ ທີ່ປະສົບກັບບັນຫາພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່ ອັນໄດ້ເຮັດໃຫ້ປະຊາຊົນຊາວ ຈີນ ມີຫຼາຍພັນຄົນໄດ້ລົ້ມປ່ວຍ ແລະມີຫຼາຍຄົນເສຍຊີວິດ; ເຖິງຢ່າງໃດກໍຕາມ ທ່ານໄດ້ມີຄວາມເຊື່ອໝັ້ນ ຕໍ່ລັດຖະບານຈີນ ຈະສາມາດປ້ອງກັນ ແລະຜ່ານຜ່າອຸປະສັກໃນຄັ້ງນີ້ໄດ້. ສະຖາບັນຂົງຈື ມຊ. ຂໍຊ່ວຍເປັນກໍາລັງໃຈໄປຍັງພັກ-ລັດ ແລະປະຊາຊົນຊາວຈີນ ໂດຍໄດ້ມອບຜ້າອັດປາກທີ່ເປັນລຸ່ນ 3 ຊັ້ນ(ຍີ່ຫໍ້ Dr.Loc) ຈໍານວນ 450 ກັບ. ເຊິ່ງ ມຊ ເວົ້າລວມ ເວົ້າສະເພາະກໍແມ່ນສະຖາບັນຂົງຈື ຮ່ວມກັບກຸ່ມບໍລິສັດພັດທະນາ ເວິນຊານເສິນໂຖຢົງຢວນສືແຢ້ຈໍາກັດ ຂໍສະໜັບໜູນໃຫ້ການຊ່ວຍເຫຼືອ ແລະສະແດງຄວາມເປັນຫ່ວງເປັນໃຍ ພ້ອມທັງສົ່ງກໍາລັງໃຈ ໃຫ້ແກ່ປະຊາຊົນຊາວຈີນໃຫ້ພົ້ນຜ່ານວິກິດຄັ້ງນີ້ໄປໄດ້. ທ່ານ ຈ້າວ ເສີນກາງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນໍາ ມຊ ກໍຄື ຄະນະນໍາສະຖາບັນຂົງຈື ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະໄດ້ຝາກຄວາມຢື້ຢາມຖາມຂ່າວມາຍັງການນໍາ, ພະນັກງານ ຄູ-ອາຈານ ມຊ ເວົ້າສະເພາະແມ່ນສະຖາບັນຂົງຈື ທີ່ເປັນກໍາລັງໃຈ ແລະເຫັນໄດ້ຄວາມສໍາຄັນໃນການປ້ອງກັນພະຍາດ ໄວຣັດໂຄໂຣນາ ເພື່ອບໍ່ໃຫ້ເກີດການລະບາດໃນວົງກວ້າງ. ເຊິ່ງສະຖາບັນຂົງຈືແມ່ນສະຖາບັນໜຶ່ງທີ່ສໍາຄັນໃນການເປັນສ່ວນໜຶ່ງຂອງຂົວຕໍ່ ສາຍພົວພັນລະຫວ່າງສອງຊາດລາວ-ຈີນ ແລະຍັງຊ່ວຍສັງຄົມໃນການສ້າງບຸກຄະລາກອນ. ທ່ານຍັງເຊື່ອໝັ້ນຢ່າງສູງວ່າ ພາຍໃຕ້ການຊີ້ນໍາໂດຍກົງຈາກທ່ານ ອະທິການບໍດີ ບວກກັບຄວາມເອົາໃຈໃສ່ຢ່າງຫ້າວຫັນຂອງທ່ານ ນາງ ຍອນວິໄລ ໄຊຍະເລີດ ຈະສ້າງສະຖາບັນຂົງຈື ມຊ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.