ຄປມ ແລະບໍລິສັດ ບົວລະພາ ກະສິກຳ ປ່າໄມ້ ຈຳກັດ ເຊັນບົດບັນທຶກການຕົກລົງຮ່ວມມືດ້ານວິຊາການ

ເພື່ອເປັນການຮ່ວມມືກັນກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດໃນການປະກອບອາຊີບວຽກງານໃຫ້ມີຄຸນນະພາບ ມາໃນວັນທີ 14 ກຸມພາ 2020 ທີ່ຫ້ອງປະຊຸມຄະນະວິທະຍາສາດປ່າໄມ້(ຄປມ) ໄດ້ຈັດພິທີເຊັນບົດບັນທຶກການຕົກລົງຮ່ວມມືດ້ານວິຊາການ ລະຫວ່າງ ທ່ານ ຮສ. ປອ. ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄປມ ແລະ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການ ບໍລິສັດ ບົວລະພາ ກະສິກຳ ປ່າໄມ້ ຈຳກັດ. ໂດຍການເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ Jean Bernard ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວວ່າ: ການເຊັນສັນຍາຄັ້ງນີ້ຈະສ້າງຜົນປະໂຫຍດໃຫ້ທັງສອງຝ່າຍ ເປັນຕົ້ນແມ່ນທາງ ບໍລິສັດ ບົວລະພາ ກະສິກຳ ປ່າໄມ້ ຈະໄດ້ສ້າງບຸກຄະລາກອນໄປຮັບໃຊ້ໃນທຸລະກິດ ກໍຄືນັກສຶກສາທີ່ຈົບຈາກຄະນະວິທະຍາສາດປ່າໄມ້ ຈະໄດ້ໄປເຮັດວຽກຢູ່ ບໍລິສັດ ບົວລະພາ ຢູ່ໃນໂຮງງານໄມ້ອັດທີ່ກຳລັງກໍ່ສ້າງ ເຊິ່ງຈະສຳເລັດໃນປີ 2021 ນີ້ ທາງຄະນະວິທະຍາສາດປ່າໄມ້ ຈະໄດ້ຮັບທຶນກໍ່ສ້າງບຸກຄະລາກອນພາຍໃນຄະນະ ໃຫ້ມີ ຄວາມຮູ້, ຄວາມສາມາດໃນການປະກອບສ່ວນເຂົ້າໃນອາຊີບວຽກງານ ເມື່ອຮຽນຈົບຖືເປັນການກະຕຸກຊຸກຍູ້ໃຫ້ຄະນະໃນການສ້າງບຸກຄະລາກອນ.ໄລຍະຜ່ານມາ ບໍລິສັດ ບົວລະພາ ໄດ້ຮ່ວມມືກັບຄະນະປ່າໄມ້ມາຫຼາຍປີແລ້ວ ເປັນຕົ້ນແມ່ນໄດ້ຮັບນັກສຶກສາລົງຝຶກງານຢູ່ໃນສວນກ້າເບ້ຍໄມ້, ໂຮງງານປຸງແຕ່ງໄມ້. ສຳລັບໂຄງການຮ່ວມມືຄັ້ງນີ້ ມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ ເຊິ່ງ ບໍລິສັດ ບົວລະພາ ກໍມີຄວາມຍິນດີທີ່ຈະນຳໃຊ້ໂອກາດນີ້ເພື່ອເຮັດໜ້າທີ່ໃຫ້ດີທີ່ສຸດໃນການສະໜັບສະໜູນຄະນະວິທະຍາສາດປ່າໄມ້ ບໍ່ພຽງແຕ່ໄລຍະເລີ່ມຕົ້ນຂອງອຸດສາຫະກຳອັນໃໝ່ຂອງພວກຂ້າພະເຈົ້າເທົ່ານັ້ນ ແຕ່ກໍຍັງຈະສືບຕໍ່ໃຫ້ການສະໜັບສະໜູນຄະນະວິຊາ ພາຍຫຼັງທີ່ໂຮງງານໄມ້ອັດໄດ້ສືບຕໍ່ພັດທະນາຢ່າງເຕັມຮູບແບບໃນອະນາຄົດ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.