ຄສຄ ຈັດພິທີເປີດງານແຂ່ງຂັນກີລາທົ່ວຄະນະ ຄັ້ງທີ XVII ປະຈໍາປີ 2020 ພາຍໃຕ້ຄໍາຂວັນ“ສົ່ງເສີມຄວາມສາມັກຄີ ມີໄມຕີຈິດ ມິດຕະພາບທີ່ດີຂອງນັກກີລາ ຄະນະວິທະຍາສາດສັງຄົມ”

ໃນວັນທີ 12 ກຸມພາ 2020ຜ່ານມານີ້ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດງານແຂ່ງຂັນກີລາທົ່ວຄະນະ ຄັ້ງທີ XVII ປະຈໍາປີ 2020ຂຶ້ນທີ່ສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້້າຮ່ວມພິທີຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ທ່ານ ຄໍາແສນ ສຸດທະວົງ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ, ມີຜູ້ຕາງໜ້າຈາກບັນດາຫ້ອງການ, ຄະນະອ້ອມຂ້າງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວຄະນະວິທະຍາສາດສັງຄົມ ເຂົ້້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ໃນໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນກີລາທົ່ວຄະນະວິທະຍາສາດສັງຄົມຄັ້ງນີ້ ກໍເພື່ອປະຕິບັດຕາມແຜນຍຸດທະສາດ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະກີລາວາງອອກ ແລະແຜນການຮຽນປະຈໍາປີຂອງ ຄະນະວິທະຍາສາດສັງຄົມ, ພ້ອມນັ້ນ ຍັງເປັນການສ້າງຂະບວນການສ້າງບັນຍາກາດເພື່ອຕ້ອນຮັບ ງານສະເຫຼີມສະຫຼອງ ຄະນະວິທະຍາສາດສັງຄົມ ຄົບຮອບ 20 ປີ ທີ່ຈະມາເຖິງ ແລະຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດສັງຄົມ ຖືເອົາວຽກງານພະລະສຶກສາ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນໃນການພັດທະນາເສີມສ້າງສຸຂະພາບຮ່າງກາຍ ແລະຈິດໃຈ, ຄວາມມີໄມຕີຈິດ - ມິດຕະພາບ ແລະຄວາມສາມັກຄີອັນດີລະຫວ່າງນັກສຶກສາດ້ວຍກັນ ແລະເພື່ອເປັນການສົ່ງເສີມໃຫ້ນັກສຶກສາ ທົ່ວຄະນະຕົນ ໄດ້ມີເວທີແຂ່ງຂັນໃນການສ້າງປະສົບການ ແລະບົດຮຽນທີ່ດີແກ່ເຂົາເຈົ້າໃຫ້ມີການພັດທະນາທີ່ດີຂຶ້ນ ແລະເພື່ອຄັດເລືອກເອົາຕົວແທນນັກກີລາ ທີ່ມີພອນສະຫວັນດີເດັ່ນ ຕາງໜ້າໃຫ້ແກ່ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມການແຂ່ງຂັນກີລາໃນລາຍການຕ່າງໆທີ່ຈະມາເຖິງ.
ງານແຂ່ງຂັນກີລາທົ່ວ ຄະນະວິທະຍາສາດສັງຄົມປີນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ “ສົ່ງເສີມຄວາມສາມັກຄີ ມີໄມຕີຈິດ ມິດຕະພາບທີ່ດີຂອງນັກກີລາ ຄະນະວິທະຍາສາດສັງຄົມ” ໃນພິທີເປີດງານກີລາດັ່ງກ່າວນີ້, ໄດ້ມີການເດີນສວນສະໜາມຂອງກ້ອນກໍາລັງແຕ່ລະພາກວິຊາ ທີ່ຂຶ້ນກັບຄະນະວິທະຍາສາດສັງຄົມ ແລະໄດ້ຮັບຊົມການສະແດງສິລະປະວັນນະຄະດີຂອງນັກສຶກສາຈາກຄະນະວິທະຍາສາດສັງຄົມ ເຊິ່ງມີ 3 ລາຍການສະແດງຄື: ບົດຟ້ອນພູມໃຈທີ່ເກີດເປັນລາວ, ບົດເພງຫີນເຫີບແດນງາມ ແລະບົດເພງມຸ່ງຫວັງສ້າງຊາດ ໂດຍໃຊ້ຈໍານວນນັກສະແດງທັງໝົດ 150 ຄົນ. ງານແຂ່ງຂັນກີລາຄັ້ງນີ້ມີຊີງລາງວັນຢູ່ 4 ປະເພດກີລາຄື: ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ເປຕັງຍິງ-ຊາຍ ແລະບານເຕະຊາຍ, ພ້ອມນັ້ນ ພາຍໃນງານຍັງມີການແຂ່ງຂັນກອງເຊຍດີເດັ່ນອີກດ້ວຍ; ເຊິ່ງການແຂ່ງຂັນ ແຕ່ລະປະເພດກີລາແມ່ນເລີມດໍາເນີນການແຂ່ງຂັນຕັ້ງມື້ເປີດເປັນຕົ້ນໄປ ຈົນຮອດ ວັນທີ 20 ກຸມພາ 2020 ນີ້ ຈຶ່ງປິດລົງ.