ສົກສຶກສາ 2019-2020 ຄະນະສຶກສາສາດ ມຊ ໄດ້ຈັດສົ່ງຂະບວນເຝິກຫັດຈຳນວນ 20 ກວ່າຂະບວນລົງໃນ 4 ແຂວງ

          ໃນລະຫວ່າງວັນທີ 5 ຫາ 14 ກຸມພາ 2020 ຜ່ານມາ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດສົ່ງນັກສຶກສາປີສຸດທ້າຍ (ປີທີ 4 ) ລົງເຝິກຫັດວິຊາຊີບໃນບັນດາໂຮງຮຽນມັດທະຍົມສົມບູນໃນ 4 ແຂວງ, 1 ວິທະຍາໄລ ແລະ 1 ສູນຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງໄຊຍະບູລີ, ວິທະຍາໄລຄູດົງຄຳຊ້າງ (ສະເພາະສາຂາຄູຈິດຕະວິທະຍາ) ແລະສູນພັດທະນາການສຶກສານອກໂຮງຮຽນ ແລະກົມການສຶກສານອກໂຮງຮຽນ (ສາຂາບໍລິຫານການສຶກສາ ແລະສາຂາຄູຈິດຕະວິທະຍາ) ມີທັງໝົດ 21 ຂະບວນ; ມີນັກສຶກສາລົງເຝິກຫັດທັງໝົດ 348 ຄົນ ຍິງ 191 ຄົນ ທີ່ກໍາລັງສຶກສາຢູ່ໃນ 12 ສາຂາຂອງຄະນະສຶກສາສາດ ມຊ.

          ການລົງເຝິກຫັດຂອງນັກສຶກສາປີສຸດທ້າຍຖືເປັນການປະຕິບັດຕາມແຜນການຮຽນ-ການສອນຂອງຄະນະສຶກສາສາດ ແລະເພື່ອເປັນການເຝິກທັກສະໃນວຽກງານທຸກໆດ້ານເພື່ອກຽມຄວາມພ້ອມໃນການອອກຮັບໃຊ້ສັງຄົມໃຫ້ມີປະສິດຕິພາບເວົ້າລວມ ເວົ້າສະເພາະກໍເພື່ອໃຫ້ນັກສຶກສາໄດ້ເຝິກຝົນຄວາມຮູ້-ຄວາມສາມາດໃນການສິດສອນຕົວຈິງໃຫ້ມີຄວາມຊຳນິຊຳນານໃນວຽກງານວິຊາສະເພາະຂອງຕົນ ເປັນຕົ້ນແມ່ນ ການແຕ່ງບົດສອນ, ການສິດສອນ, ການເປັນຄູປະຈຳຫ້ອງ, ການວ່າງແຜນວຽກງານຕ່າງໆ ແລະລົງປະຕິບັດວຽກງານພົວພັນສັງຄົມ-ຊ່ວຍເຫຼືອຊຸມຊົນຕົວຈິງ. ນອກຈາກນັ້ນ, ຍັງມີວຽກງານນອກຫຼັກສູດເປັນຕົ້ນແມ່ນ ການຈັດກິດຈະກຳການສະແດງສິລະປະ-ວັນນະຄະດີ, ກິດຈະກຳການແຂ່ງຂັນກິລາ, ຖາມ-ຕອບວິທະຍາສາດ ເປັນຕົ້ນ. ເຊິ່ງການລົງເຝິກຫັດໃນຄັ້ງນີ້ແມ່ນຈະໃຊ້ເວລາທັງໝົດ 100 ວັນ (3 ເດືອນ)ຈຶ່ງຈະສໍາເລັດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.