ຄສບ ເປີດງານຕະຫຼາດນັດ ປະຈໍາສົກສຶກສາ 2019-2020 

ໃນວັນທີ 23 ທັນວາ 2019 ຜ່ານມານີ້ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ (ມຊ)ໄດ້ເປີດງານຕະຫຼາດນັດ ປະຈຳສົກສຶກສາ 2019-2020 ຂຶ້ນທີ່ເດີນດ້ານຫຼັງຂອງຄະນະດັ່ງກ່າວ, ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າຂອງທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ ເພັດສະໝອນ ພົມມະວົງ ວ່າການຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ,ບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ-ຮອງພາກວິຊາ, ພະນັກງານ ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງຄຶກຄື້ນ.
ໃນໂອກາດນີ້, ທ່ານ ເພັດສະໝອນ ພົມມະວົງ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ ເຊິ່ງທ່ານໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດຄັ້ງນີ້ ກໍເພື່ອໃຫ້ສອດຄ່ອງຕາມທິດຊີ້ນໍາ ຂອງຄະນະນໍາ ມຊ ເວົ້າລວມ; ເວົ້າສະເພາະກໍແມ່ນປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳນອກຫຼັກສູດ, ແຜນການຮຽນ-ການສອນ ກໍຄືປະຕິບັດຕາມແຜນ ປະຈຳປີຂອງພະແນກຄຸ້ມຄອງນັກສຶກສາ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ເພື່ອໃຫ້ນັກສຶກສາໄດ້ມີໂອກາດນຳໃຊ້ທິດສະດີທີ່ໄດ້ຜ່ານການຮຽນໃນຫ້ອງຮຽນ ເຂົ້າສູ່ພາກປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ງານດັ່ງກ່າວຍັງເນັ້ນໃຫ້ນັກສຶກສາຫຼຸດຜ່ອນ ການນຳໃຊ້ຖົງຢາງປລາສະຕິກ ເຊິ່ງເປັນສ່ວນໜຶ່ງໃນການຮັກສາສິ່ງແວດລ້ອມ,ຮັກສາຄວາມສະອາດ, ຫຼຸດຜ່ອນຂີ້ເຫຍື້ອ ແລະຮັບປະກັນຄວາມປອດໄພຕໍ່ສິ່ງແວດລ້ອມສັງຄົມ.
ງານຕະຫຼາດນັດ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ ແມ່ນໄດ້ຈັດຂຶ້ນທຸກໆປີ ແລະໃນແຕ່ລະປີແມ່ນມີຄວາມແຕກຕ່າງກັນໄປ, ໂດຍສະເພາະງານປີນີ້, ມີນັກສຶກສາເຂົ້າຮ່ວມວາງສະແດງຈຳນວນທັງໝົດ 34 ບູດ, ເຊິ່ງແຕ່ລະບູດໄດ້ມີການວັດ-ການປະເມີນຜົນລະຫວ່າງການຖ່າຍທອດຄວາມຮູ້ ໃນດ້ານການຮຽນ-ການສອນພາກທິດສະດີໃນໄລຍະຜ່ານມາແລ້ວເອົາມານຳໃຊ້ໃນພາກປະຕິບັດຕົວຈິງເພື່ອນໍາເອົາຜົນງານຂອງການຈັດງານຄັ້ງນີ້ໄປປະເມີນຜົນເພື່ອນຳໄປປັບປຸງເຂົ້າໃນການຮຽນ-ການສອນໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ. ການຈັດງານຄັ້ງນີ້ແມ່ນດໍາເນີນໄປເປັນເວລາ 5 ວັນ(ວັນທີ 23-27 ທັນວາ 2019)ຈຶ່ງປິດລົງ.