ຄວກ ລະນຶກວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 25 ປີ

DSC 0074

ໃນຕອນເຊົ້າ ວັນທີ 22 ຕຸລາ 2019 ນີ້, ຄະນະວິທະຍາສາດການກີລາ-ກາຍະກໍາ ມຊ ໄດ້ຈັດພິທີສະເຫຼີມ-ສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 25 ປີ(ວັນທີ 7 ຕຸລາ 1994-ວັນທີ 7 ຕຸລາ 2019, ພິທີໄດ້ຈັດຂຶ້ນທີ່ ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ອານຸລົມ ວິໄລພອນ ວ່າການຄະນະບໍດີ ຄະນະວິທະຍາສາດການກີລາ-ການຍະກໍາ, ມີບັນດາຄະນະບໍດີ-ຮອງຄະນະບໍດີຄະນະຄະນະວິຊາອ້ອມຂ້າງ,  ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມ.     

 ໃນໂອກາດນີ້, ທ່ານ ນາງ ທອງຈັນ ສີຊົມພູ ຮອງຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກໍາ ໄດ້ຂຶ້ນເລົ່າເຖິງມູນເຊື້ອ ແລະປະຫວັດຄວາມເປັນມາຂອງວັນຄູເຊິ່ງປີນີ້ຄົບຮອບ25 ປີ (7 ຕຸລາປີ1994-7 ຕຸລາ2019) ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊາດລາວ, ວັນ 7 ຕຸລາເປັນວັນຄູແຫ່ງຊາດທີ່ຄູລາວທຸກໆຄົນ ມີຄວາມເອກອ້າງທະນົງໃຈ ອັນໄດ້ເຮັດໃຫ້ ຄູລາວໃນປັດຈຸບັນໄດ້ດຳເນີນການພັດທະນາຕົນເອງໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ,  ຄູໄດ້ມີບົດບາດປະກອບສ່ວນອັນສໍາຄັນທີ່ບໍ່ມີໃຜ ແລະຊັ້ນຄົນໃດຈະປະຕິເສດໄດ້ ຄຳວ່າ “ຄູ” ແມ່ນຄໍາເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ  “ຄູ” ໝາຍເຖິງຄົນທີ່ມີຄວາມຮູ້ ແລະປະສົບການສາມາດຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ເອີ້ນວ່າ: “ການສອນ ແລະການຮຽນ”. ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາປີ1994 ເປັນຕົ້ນມາ ຈົນຮອດປະຈຸບັນເມື່ອຮອດວັນທີ 7 ຕຸລາຂອງທຸກໆປີຈະມີພິທີການເລົ່າປະຫວັດ ແລະອວຍພອນຄູຂຶ້ນໃນທຸກໆໂຮງຮຽນທົ່ວປະເທດເພື່ອສັນລະເສີນຄຸນງາມຄວາມດີຂອງນາຍຄູຄຳ ແລະຄູໃນທົ່ວປະເທດທີ່ໄດ້ເອົາໃຈໃສ່ສຶກສາອົບຮົມບົ່ມສອນລູກຫຼານໃຫ້ກາຍເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາ ແລະພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ.

 ເພື່ອເປັນການຍ້ອງຍໍສັນລະເສີນຜົນງານຂອງພະນັກງານ, ຄູ-ອາຈານ ແລະບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນພາລະກິດຂອງວຽກງານການບໍລິຫານ ແລະການພັດທະນາບຸກຄະລາກອນຈຶ່ງໄດ້ມີການຈັດພິທີມອບໃບຍ້ອງຍໍໃຫ້ແກ່ພະນັກງານ, ຄູ-ອາຈານໃນນັ້ນ ໄດ້ຮັບໃບຍ້ອງຍໍຂັ້ນ ກະຊວງສຶກສາທິການ ແລະກີລາ ຈໍານວນ 18 ຄົນ, ຍິງ 8 ຄົນ, ຂັ້ນ ມະຫາວິທະຍາໄລແຫ່ງຊາດ 6 ຄົນ, ຍິງ 0 ຄົນ ແລະຂັ້ນຄະນະ ຈໍານວນ 9 ຄົນ, ຍິງ 6 ຄົນ.

ໃນຕອນທ້າຍພິທີ ທ່ານ ຮສ. ປອ. ອານຸລົມ ວິໄລພອນ ວ່າການ ຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກໍາ ໄດ້ໂອ້ລົມຕໍ່ທີ່ປະຊຸມ; ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄູອາຈານທີ່ຍາດມາໄດ້ ແລະຈົ່ງພ້ອມກັນຮັກສາມູນເຊື້ອອັນສູງສົ່ງນີ້ໄວ້ໃຫ້ຍາວນານຄຽງຄູ່ກັບການສ້າງສາ ແລະພັດທະນາຄະນະ ວິທະຍາສາດການກີລາ-ກາຍະກໍາ ເວົ້າລວມ, ເວົ້າສະເພາະແມ່ນແນໃສ່ຍົກສູງວຽກງານການພັດທະນາການສຶກສາ ກໍຄືການພັດທະນາຫຼັກສູດການຮຽນການສອນໃຫ້ມີພາລະບົດບາດອັນໂດດເດັ່ນກ້າວໜ້າ ທຽບເທົ່າກັບບັນດາຄະນະອ້ອມຂ້າງ, ພ້ອມນັ້ນທ່ານໄດ້ເນັ້ນໜັກໃຫ້ຄູ-ອາຈານຊີ້ນຳ-ນຳພາ ແລະເອົາໃຈໃສ່ໃນການສິດສອນ,ຖ່າຍທອດບົດຮຽນ, ສຶກສາອົບຮົມບົ່ມສອນລູກຫຼານໃຫ້ກາຍເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແລະສ້າງຊື່ສຽງມາໃຫ້ແກ່ປະເທດຊາດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.