ພິທີປິດງານແລກປ່ຽນວັດທະນະທຳອາຊຽນ ຄັ້ງທີ 17 ແລະອາຊຽນ +3 ຄັ້ງທີ 7


ໃນຕອນບ່າຍວັນທີ 17 ຕຸລາ 2019 ນີ້, ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີປີດງານແລກປ່ຽນວັດທະນະທຳອາຊຽນ ຄັ້ງທີ 17 ແລະອາຊຽນ +3 ຄັ້ງທີ 7 ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເປັນປະທານຮ່ວມຂອງທ່ານ ຮສ. ປອ. ອຸດົມພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ ປອ. ໂຊທິດ ດິຣາດທິຕິ ປະທານຜູ້ບໍລິຫານເຄື່ອຂ່າຍມະຫາວິທະຍາໄລອາຊຽນ (AUN), ເຂົ້າຮ່ວມມີບັນດາທ່ານແຂກທີ່ຖືກເຊີນ, ມີບັນດາຄະນະນໍາ, ຜູ້ຮັບຜິດຊອບນຳພານັກສຶກສາ ພ້ວມດ້ວຍນັກສຶກສາຈາກ 22 ມະຫາວິທະຍາໄລເຂົ້າຮ່ວມ.
ໃນພິທີດັ່ງກ່າວແມ່ນໄດ້ຮັບຊົມການສະແດງແບບຮ່ວມໝູ່ຂອງນັກສຶກສາ ໂດຍສະເພາະແມ່ນການຮ້ອງເພງຮ່ວມກັນ, ການຟ້ອນລຳວົງລາວ, ການເຕັ້ນບັດສະຫຼົບ ແລະໄດ້ຮັບຊົມວິດີໂອການເຄື່ອນໄຫວກິດຈະກຳຂອງນັກນຶກສາໃນການເຮັດກິດຈະກຳຕ່າງໆໃນຕະຫຼອດໄລຍະ 5 ວັນຜ່ານມາ. ໃນພິທີໄດ້ມີການມອບ-ຮັບໄດ້ໃບຍັງຢືນ ແລະທີ່ລະນຶກໃຫ້ແກ່ນັກສຶກສາເພື່ອເປັນການຢັ້ງຢືນເຖິງຜົນງານໃນການເຂົ້າຮ່ວມງານໃນຄັ້ງນີ້ ຕອນທ້າຍພິທີແມ່ນມີການມອບ-ຮັບການເປັນເຈົ້າພາບ ເຊິ່ງແມ່ນປະເທດອິນໂດເນເຊຍໄດ້ເປັນເຈົ້າພາບໃນການຈັດງານໃນຄັ້ງຕໍ່ໄປ.