ກະຊວງກະຊິກຳ ແລະປ່າໄມ້ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມປາຖະກະຖາ ເພື່ອລະນຶກວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ


ເນື່ອງໃນໂອກາດ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2019. ໃນຕອນເຊົ້າ ວັນທີ 18 ຕຸລາ 2019ຜ່ານມານີ້, ກະຊວງກະສິກໍາ ແລະປ່າໄມ້ ແລະມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມກັນຈັດກອງປະຊຸມປາຖະກະຖາ ຂຶ້ນທີ່ ສະໂມສອນໃຫຍ່ ມຊ. ໂດຍການບັນຍາຍຂອງທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ມີບັນດາແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມກວ່າ 300 ຄົນ.
ໃນໂອກາດນີ້, ທ່ານ ຄໍາບຸນນັດ ໄຊຍະນົນ ໄດ້ຂຶ້ນບັນຍາຍເຖິງປະຫວັດຄວາມເປັນມາ ແລະຄວາມສໍາຄັນຂອງວັນດັ່ງກ່າວ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາ ໂດຍສະເພາະແມ່ນ ການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະການລົບລ້າງຄວາມທຸກຍາກ, ການຮັບປະກັນສະບຽງອາຫານ ການສົ່ງເສີມການຜະລິດສິນຄ້າ ແລະປັບປຸງໂພສະນາການຍົກລະດັບສ້າງບຸກຄະລາກອນ, ດ້ານນະວັດຕະກໍາ ແລະການຄົ້ນຄວ້າວິໄຈໃຫ້ມີຄວາມທັນສະໄໝເພື່ອແນໃສ່ການລຶບລ້າງຄວາມທຸກຍາກ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ສະນັ້ນ ການສະເຫຼີມ-ສະຫຼອງວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຈື່ງມີຄວາມສໍາຄັນທີ່ສຸດ ໂດຍແນໃສ່ປຸກລະດົມຂະບວນການຮັກຊາດ ແລະການພັດທະນາ, ຍົກສູງຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ, ແກ້ໄຂ ແລະຟື້ນຟູຜົນກະທົບຈາກໄພພິບັດ, ປູກຈິດສໍານຶກ ແລະເພື່ອເຮັດໃຫ້ວຽກງານຄໍ້າສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ແມ່ນໜ້າທີ່ຂອງຄົນທົ່ວປວງຊົນ