ສລຍ ຮ່ວມກັບອົງການໄຈກາໄດ້ເປີດຫຼັກສູດເຝິກອົບຮົມຜູ້ບໍລິຫານລະດັບສູງ ຮຸ່ນທີ 3


ໃນຕອນເຊົ້າວັນທີ 15 ຕຸລາ 2019ນີ້, ສະຖາບັນຊັບພະຍາກອນມະນຸດລາວ-ຍີ່ປຸ່ນ(ສລຍ) ຮ່ວມກັບອົງການໄຈກາໄດ້ເປີດຫຼັກສູດເຝິກອົບຮົມຜູ້ບໍລິຫານລະດັບສູງ ຮຸ່ນທີ 3ຂຶ້ນທີ່ຫ້ອງປະຊຸມຂອງ ສລຍ. ໂດຍການເຂົ້າຮ່ວມຂອງທ່ານ ຮສ.ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ yoshiharu YONEYAMA ຫົວໜ້າອົງການໄຈກາ ປະຈຳລາວ, ມີບັນດາແຂກທີ່ຖືກເຊີນ ແລະນັກຝຶກອົບຮົມເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ສຸຖະໜອມ ພິນສະຫວັດ ຮອງຜູ້ອໍານວຍການ ສະຖາບັນຊັບພະຍາກອນມະນຸດລາວ-ຍີ່ປຸ່ນໄດ້ຂຶ້ນກ່າວເປີດຫຼັກສູດດັ່ງກ່າວຢ່າງເປັນທາງການ, ເຊິ່ງທ່ານໃຫ້ຮູ້ວ່າ: ຫຼັກສູດການພັດທະນາ ທັກສະການບໍລິຫານ ສຳລັບຜູ້ປະກອບກິດຈະການ “Keieijuku” ຜູ້ເຂົ້າຮ່ວມຫຼັກສູດນີ້ ຕ້ອງແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດ ຊຶ່ງເປັນຜູ້ທີ່ມີບົດບາດ ແລະສາມາດດຳເນີນການວິເຄາະສະພາບປັດຈຸບັນ, ສ້າງແຜນ ແລະຈັດຕັ້ງປະຕິບັັດການປັບປຸງທີ່ເໝາະສົມສຳລັບບໍລິສັດ, ຕ້ອງມີຄວາມສາມາດດ້ານພາສາອັງກິດທີ່ສາມາດສື່ສານໄດ້ດີເພື່ອໃຫ້ສາມາດຮຽນຮູ້ໂດຍກົງຈາກຊ່ຽວຊານໄດ້.
ຫຼັກສູດດັ່ງກ່າວແມ່ນໃຊ້ເວລາຮຽນ 7ເດືອນ, ຄ່າລົງທະບຽນ ແມ່ນ 2.000 US$ ຫລື ປະມານ(16,700,000 ກີບ), ເຊິ່ງສອນໂດຍອາຈານທີ່ມີປະສົບການ ແລະມີຄວາມຮູ້-ຄວາມສາມາດສູງ ຈາກ ສລຍ ແລະອາຈານ, ຊ່ຽວຊານ ຈາກອົງການໄຈກາ ປະເທດຍີ່ປຸ່ນ, ເນື້ອໃນຫຼັກສູດທີ່ຈະໄດ້ຮຽນທັງໝົດ 6 ວິິຊາຄື: 1 ບົດບາດ-ໜ້າທີ ແລະການພັດທະນາປັດຊະຍາການບໍລິຫານ, ຍຸດທະສາດທາງທຸລະກິດ ແລະການດຳເນີນງານ, 2 ຍຸດທະສາດການບໍລິຫານບຸກຄະລາກອນ, 3 ຍຸດທະສາດການບໍລິຫານການເງິນ, 4 ຍຸດທະສາດການຕະຫຼາດ, 5 ການພັດທະນາແຜນທຸລະກິດ ແລະ 6 ກອງປະຊຸມລາຍງານຜົນ ແລະຖອດຖອນບົດຮຽນ. ສຳລັບຫຼັກສູດເຝິກອົບຮົມ ຜູ້ບໍລິຫານລະດັບສູງ ຮຸ່ນທີ 2 ນີ້ ມີນັກເຝິກອົບຮົມທີ່ຜ່ານການຄັກເລືອກ ແລະສໍາພາດ ຈໍານວນ 18 ທ່ານ. ການຝຶກອົບຮົມແມ່ນ ເລີ່ມແຕ່ ເດືອນ ຕຸລາ 2019ຫາ ເດືອນ ເມສາ 2020, ການດຳເນີນການຮຽນ-ການສອນແມ່ນເດືອນລະ 1 ອາທິດເທົ່ານັ້ນ.