ພາກວິຊາ ຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ຮ່ວມກັບອົງການແພລນສາກົນຈັດການແຂ່ງຂັນໂຕ້ວາທີເພື່ອສະເຫຼີມ-ສະຫຼອງວັນເດັກຍິງສາກົນ


ເພື່ອເປັນການສະເຫຼີມ-ສະຫຼອງວັນເດັກຍິງສາກົນ ຄົບຮອບ 3 ປີ ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນວຽກງານໄວໜຸ່ມ ແລະແນໃສ່ສົ່ງເສີມທັກສະດ້ານວາທະສິນໄວໜຸ່ມ, ໃຫ້ໄວໜຸ່ມເຂົ້າໃຈເຖິງບັນຫາ ພາລະບົດບາດ, ຄວາມຄິດ, ການຈະເລີນພັນ ແລະມີສ່ວນຮ່ວມໃນການປົກປ້ອງກ່ຽວກັບການດໍາລົງຊີວິດການເປັນຢູ່, ການສຶກສາ ແລະການພັດທະນາຂອງໄວໜຸ່ມ ທັງແນ່ໃສ່ການສົ່ງເສີມດ້ານກິດຈະກໍາ ແລະສ້າງຄວາມສາມາດໃຫ້ແກ່ພວກເຂົານັ້ນ. ໃນລະຫວ່າງ ວັນທີ 2 ຫາ 11 ຕຸລາ 2019 ຜ່ານມານິີ້, ພາກວິຊາ ຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ອົງການແພລນສາກົນ ( PLAN International ) ປະຈໍາ ສປປ ລາວ ໄດ້ຈັດການແຂ່ງຂັນໂຕ້ວາທີ ເພື່ອສະເຫຼີມ-ສະຫຼອງວັນເດັກຍິງສາກົນຄົບຮອບ 3 ປີ. ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນ ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້້າຮ່ວມພິທີຂອງທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ, ທ່ານ ແສງສັນຕິສິດ ສະນະສີສານ ຮອງຜູ້ອໍານວຍການ ອົງການແພລນສາກົນ ( PLAN International) ມີຄະນະກໍາມະການ, ແຂກທີ່ເຊີນ, ພະນັກງານ-ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.
ການແຂ່ງຂັນໂຕ້ວາທີຄັ້ງນີ້ມີ 16 ທີມເຂົ້າຮ່ວມ ເຊິ່ງມາຈາກຄະນະວິຊາຕ່າງໆໃນມະຫາວິທະຍາໄລແຫ່ງຊາດ, ບັນດາມະຫາວິທະຍາໄລ ແລະວິທະຍາໄລອ້ອມຂ້າງ, ການແຂ່ງຂັນແມ່ນ ແບ່ງເປັນ 3 ຮອບ: ຮອບທໍາອິດ ຄັດເອົາ 8 ທີມ, ຮອບ ຮອບທີ 2 ຄັດເຫຼືອ 4 ທີມ ແລະຮອບສຸດທ້າຍ ແມ່ນຄັດເອົາ 2 ທີມ ຄືທີມຊະນະເລີດ ແລະຮອງຊະນະເລີດ, ຜ່ານການແຂ່ງຂັນ ຜົນປະກົດວ່າ ທີມຈາກ ມະຫາວິທະຍາໄລວິທະຍາສາດສຸຂະພາບ ສາມາດຍາດໄດ້ລາງວັນຊະນະເລີດ ສ່ວນຮອງຊະນະເລີດ ແມ່ນທີມ ຟ້າສະນັ່ນ ຈາກພາກວິຊາ ຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ ມຊ. ທີມຊະນະເລີດ ແມ່ນໄດ້ຮັບໃບຢັ້ງຢືນ, ໂລໂກ້ລາງວັນ ແລະອຸປະກອນໄອທີ ພ້ອມທັງໄດ້ໄປທັດສະນະສຶກສາຕາມພື້ນທີ່ຂອງອົງການແພລນສາກົນອີກດ້ວຍ.