ຄສຄ ຈັດງານສະເຫຼີມ-ສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 25 ປີ


ໃນຕອນບ່າຍ ວັນທີ 9ຕຸລາ 2019 ຜ່ານມາ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 25 ປີ, ຂຶ້ນທີ່ເດີ່ນຄະນະຂອງຕົນ, ໂດຍການເຂົ້າຮ່ວມພິທີຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ມີບັນດາທ່ານຮອງຄະນະບໍດີ, ແຂກຖືກເຊີນຈາກຄະນະອ້ອມຂ້າງ, ພ້ອມດ້ວຍພະນັກງານບໍານານ, ຄູ-ອາຈານ ແລະນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ໃນພິທີໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ, ບົດຟ້ອນ, ຮ້ອງເພງ ຂອງທີມງານສິລະປະນັກສຶກສາທີ່ມີເນື້ອໃນສະແດງເຖິງການອວຍພອນຄູ-ອາຈານ ທີ່ໄດ້ທຸ່ມເທເຫຼື່ອແຮງ ທັງສະຕິປັນຍາເຂົ້າໃນການສິດສອນນັກສຶກສາໃຫ້ເປັນຄົນມີຄວາມຮູ້ ຄວາມສາມາດ ແລະເພື່ອເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ທີ່ໝູນວຽນມາ ຄົບຮອບ 25 ປີ
(7 ຕຸລາ1994-7 ຕຸລາ 2019) ພ້ອມທັງລະນຶກເຖີງຄຸນງາມຄວາມດີຂອງຄູ-ອາຈານທີ່ໄດ້ສິດສອນ ແລະຖ່າຍທອດວິຊາຄວາມຮູ້ໃຫ້ແກ່ນັກສືກສາ. ບັນຍາກາດໃນພິທີແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.
ໃນໂອກາດດຽວກັນ, ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານ, ຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນທາງດ້ານການຈັດຕັ້ງການຮຽນ-ການສອນ; ເຊິ່ງມີຄູ-ອາຈານໄດ້ຮັບໃບຍ້ອງຍໍ ປະເພດ I ຂັ້ນກະຊວງສຶກສາທິການ ແລະກີລາ ມີ 71 ຄົນ, ຍິງ 44 ຄົນ ແລະໄດ້ຮັບໃບຍ້ອງຍໍ ປະເພດ II ມີ 16 ຄົນ, ຍິງ 09 ຄົນ.
ໃນທ້າຍພິທີ, ຜູ້ເຂົ້້າຮ່ວມພິທີຍັງໄດ້ຮັບຊົມ ແລະເຂົ້້າຮ່ວມການແຂ່ງຂັນກີລາທີ່ທາງຄະນະວິທະຍາສາດສັງຄົມຈັດຂຶ້ນ ໃນໂອກາດສະເຫຼີມ-ສະຫຼອງວັນຄູ ເຊິ່ງປະກອບມີ ກີລາເປຕັງຍິງ-ຊາຍ, ກີລາບານສົ່ງຍິງ-ຊາຍ ການແຂ່ງຂັນກີລາດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນເຖິງການຮັດແໜ້ນຄວາມມັກຄີ ໄມຕີຈິດມິດຕະພາບ ແລະສ້າງຄວາມເບີກບານມ່ວນຊື່ນ ລະຫວ່າງ ພະນັກງານ-ຄູ, ອາຈານ ແລະນັກສຶກສາ.