7 ຕຸລາ ຄຸນຄ່າຄູ

7 ຕຸລາ ຄຸນຄ່າຄູ
v ຮຽມຂໍເກັບດອກໄມ້ ມາໄລຊື່ນຊົມສະເໜ
ເອ້ອວດຫ້ອຍຮຽບຮຽງ ຫໍ່ຫອມຮິງຊ້ອນ
ເພື່ອອອຍພອນແກ່ເຈົ້າ ຄູລາວທຸກທ່ານ
ຈາລຶກວັນປະເສີດແກ້ວ ບູຊາເຈົ້າຄ່າຄູ ນີນາ!
v ວາລະການຂວບແຈ້ງ ແສງສ່ອງປະກາຍສີ
ທົ່ວປັດຕະພີດິນລາວ ຊື່ນສະຫຼອງຄຸນເຈົ້າ
ເອົາມາໄລຍໍໄຫວ້ ໃນວັນຄູແຫ່ງຊາດ
7 ຕຸລາປະກາດໄວ້ ຍັງຈຳໄດ້ຈື່ບໍ່ລືມ ດອກໜາ!
v ຮຽມນີ້ຄິດບໍ່ແລ້ວ ຄິດເຫັນຄ່າຂອງຄູ
ຄຸນປູ້ປູນປັນຍາ ຄູກໍ່ຊູສອນໄດ້
ມີຫຍັງຄູສອນໃຫ້ ຄາສິ່ງໃດຄູຊວ້ານຊ່ວຍ
ຍາມເມື່ອເຈັບປ່ວຍໄຂ້ ຄູຍັງໄດ້ຢ່ອງຢາມ
v ຄຸນຄູມີທົ່ວບ້ານ ມີທົ່ວຈັກກະວານ
ມະຫາສານແສນສູງ ຄ່າຄຸນຄູເຈົ້າ
ແສນຊິເອົາຄຳເວົ້າ ພັນວາຈາມາວາດ
ບໍ່ອາດພັນລະນາໄດ້ ຄຸນເຈົ້າເທົ່າເຖິງ ພຸ້ນທ້ອນ!
v ຄຸນຄູຫຼາຍລື່ນກ້ອນ ຄຳຄ່າມະຫາສານ
ລ້ານເພັດນິນຈິນດາ ຄ່າບໍ່ທຽມເຖິງເຈົ້າ
ແສນຊິເອົາເງິນຕື້ ມາຫາກືມາປຽບ
ກໍຍັງທຽບບໍ່ໄດ້ ຄຸນຄູເຈົ້າລື່ນປະມານ ພຸ້ນໜາ!
v ສູງເອີຍ! ອັນວ່າສູງສ່ຳຟ້າ ຄົນຍັງທ່ອງທຽວເຖິງ
ເລິກລຸ່ມລົງນະທີຫຼວງ ກໍ່ຍັງຖອງເຖິງໄດ້
ສ່ວນວ່າບຸນຄຸນເຈົ້າ ຄູລາວສູງສົ່ງ
ຍັງບໍ່ສູງທຽບເຄົ້າ ຄຸນຄູເຈົ້າເທົ່າເຖິງ ດອກໜາ!
v ຄູເອີຍ! ເຈົ້າຄືດວງໜ່ວຍແກ້ວ ແສນປະເສີດຄຸນສູງ ພຸ້ນນາ!
ຜ່ານການເຈລະໄນ ຄ່າຄຸນຫຼາຍລົ້ນ
ຄູລາວເປັນແວ່ນຊີ້ ແຍງທາງປະດັບຊາດ
7 ຕຸລາປະກາດກ້ອງ ຊົມເຊີຍຍ້ອງຄ່າຄູ
v ອາຍຸຄູ ຂໍໃຫ້ເທົ່າທ່ຽງໝັ້ນ ນິລັນໝື່ນວັດສາ ແດ່ໜາ!
ວັນນະ ຂໍໃຫ້ຜຸດຜ່ອງໃສ ດັ່ງພະຈັນເພັງແຈ້ງ
ສຸຂະ ຢ່າໄດ້ມີມານຕ້ອງ ຈົ່ງເຂັ້ມແຂງກ້າແກ່ນ
ພາລະ ຂໍໃຫ້ຄູກ້າວໜ້າ ພາລະນາໄມພຽບພ້ອມ
ມາລາຫອມ ຍື່ນເຈົ້າ
ຄູເຄົ້າຈົ່ງສະຖຽນ ພຸ້ນໜາ!
ແຕ່ງໂດຍ: ພົນ ບຸນພະຈັນ
ກວດແກ້ໂດຍ: ພະແນກປະຊາສຳພັນ