ມຊ. ຈັດພິທີສະເຫຼີມ-ສະຫຼອງວັນຄູແຫ່ງຊາດຄົບຮອບ 25 ປີ ແລະຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 18


ໃນຕອນເຊົ້າວັນທີ 9 ຕຸລາ 2019 ນີ້, ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີສະເຫຼີມ-ສະຫຼອງວັນຄູແຫ່ງຊາດຄົບຮອບ 25 ປີ ແລະຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 18 (2015-2019) ແລະເປີດສົກຮຽນໃໝ່ ສົກສຶກສາ 2019-2020 ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ແລະທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ອະດີດການນຳ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ຫໍສະໜຸດກາງ, ສູນ, ໂຮງຮຽນພອນສະຫວັນ,ໂຮງໝໍ, ພະນັກງານບໍານານ, ແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນພິທີທ່ານ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ ຮຸ່ນທີ 18 (2015-20019) ເຊິ່ງທ່ານໃຫ້ຮູ້ວ່າ: ມຊ. ມີພະນັກງານ ຄູ-ອາຈານທັງໝົດ 1,797 ຄົນ, ຍິງ 827 ຄົນ; ມີນັກສຶກສາທັງໝົດ 23,015 ຄົນ, ຍິງ 10,270 ຄົນ. ໃນນັ້ນມີ ນັກສຶກສາປີສຸດທ້າຍ ຈໍານວນ 5,304 ຄົນ, ຍິງ 2,203 ຄົນ. ຕະຫຼອດໄລຍະ ຊຸດຮຽນ 2015-2019 ຜ່ານມາ ມຊ. ໄດ້ສ້າງຜົນງານອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານດ້ານການເມືອງແນວຄິດແມ່ນໄດ້ຈັດຕັ້ງປະຕິບັດລົງຊຸກຍູ້ແຕ່ລະພາກສ່ວນຢ່າງໃກ້ຊິດ, ເພີ່ມທະວີການເອົາໃຈໃສ່ເຮັດວຽກການເມືອງແນວຄິດໃຫ້ເປັນລະບົບຕໍ່ເນື່ອງເປັນປົກະຕິ, ວຽກງານວິຊາສະເພາະແມ່ນໄດ້ດໍາເນີການຮຽນ-ການສອນໃນຫຼາຍລະດັບ ເຊິ່ງລວມທັງໝົດມີ 208 ຫຼັກສູດ; ໃນນັ້ນມີ ຫຼັກສູດ ປະລິນຍາເອກ 3 ຫຼັກສູດ, ຫຼັດສູດປະລິນຍາໂທ 60 ຫຼັກສູດ, ຫຼັດສູດປະລິນຍາຕີ 107 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 34 ຫຼັກສູດ ແລະຫຼັດສູດອະນຸປະລິນຍາຕີ 4 ຫຼັກສູດ. ໃນສົກສຶກສາ 2018-2019 ມີນັກສຶກສາທີ່ສຳເລັດການສຶກສາ ຈຳນວນ 5,272 ຄົນ, ຍິງ 2,109 ຄົນ.
ຍ້ອນເຫັນໄດ້ຜົນງານອັນພົ້ນເດັ່ນນັ້ນ ບັນດາພະນັກງານ, ຄູ-ອາຈານ ຈຶ່ງໄດ້ຮັບໃບຍ້ອງຍໍປະເພດ I ຈຳນວນ 1,063 ຄົນ, ຮັບໃບຍ້ອງຍໍປະເພດ IIຈໍານວນ 424 ຄົນ ແລະເນື່ອງໃນພິທີອັນສໍາຄັນນີ້ ປະທານສະພາ ມຊ. ໄດ້ມອບຕໍາແໜ່ງວິຊາການຄູ ຂັ້ນອາຈານ ແລະຜູ້ຊ່ວຍອາຈານ ໃຫ້ແກ່ຜູ້ທີ່ມີຜົນງານການຄົ້ນຄວ້າ, ການສິດສອນ ຈຳນວນ 172 ທ່ານ ໃນນັ້ນ, ຜູ້ທີ່ໄດ້ຮັບຕຳແໜ່ງວິຊາການຄູ ຂັ້ນອາຈານ ມີຈຳນວນ 112 ທ່ານ, ຍິງ 46 ທ່ານ, ຜູ້ທີ່ໄດ້ຮັບຕຳແໜ່ງວິຊາການຄູ ຂັ້ນຜູ້ຊ່ວຍອາຈານ ຈຳນວນ 60 ທ່ານ, ຍິງ 33 ທ່ານ.
ໂອກາດດັ່ງກ່າວ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ໄດ້ຂຶ້ນເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງນາຍຄູ ຄຳ ເພື່ອລະນຶກເຖິງບຸນຄຸນຂອງຄູລາວເຮົາ ທີ່ມີບົດບາດໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນຢ່າງອາດຫານ ແລະໄດ້ສັ່ງສອນໃຫ້ຄົນຮຸ່ນຫຼັງໃຫ້ກາຍເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ ໃນການສ້າງສາພັດທະນາປະເທດຊາດສືບຕໍ່ໄປ.
ໂອກາດດຽວກັນ ທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ ໄດ້ຂຶ້ນໂອລົມຕໍ່ພິທີເຊິ່ງທ່ານໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະໄດ້ສະແດງຄຳອວຍພອນມາຍັງຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ມຊ. ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານຈົ່ງສືບຕໍ່ປະຕິບັດຕາມ 4 ພາລະບົດບາດ ຂອງ ມຊ ຄື: ການຈັດການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະການປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ, ຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ (ສອນດີ- ຮຽນເກັ່ງ, ຕໍ່ຕ້ານປະກົດການຫຍໍ້ທໍ້ ແລະສ້າງສິ່ງແວດລ້ອມທີ່ດີ), ສືບຕໍ່ຈັດຕັ້ງມາດຕະຖານ ແລະ 50 ຕົວຊີ້ວັດຂອງການຮັບປະກັນຄຸນນະພາບການສຶກສາ ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງນັກສຶກສາທີ່ຮຽນຈົບໃໝ່ຈົ່ງພ້ອມກັນໄປປະກອບອາຊີບຕາມວິຊາທີ່ຕົນຮຽນມາ ແລະນຳໃຊ້ຄວາມຮູ້-ຄວາມສາມາດເຂົ້າໃນການພັດທະນາຕົນເອງ ແລະພັດທະນາປະເທດຊາດໃນອະນາຄົດ.