ພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ຮ່ວມກັບ ສູນອາຊີມູນິທິຢີ່ປຸ່ນ ຍົກລະດັບຄວາມຮູ້ທາງດ້ານການສ້າງຮູບເງົາກະຕຸນ ໃຫ້ແກ່ນັກສຶກສາ


ໃນຕອນເຊົ້າ ວັນທີ 08 ຕຸລາ 2019 ນີ້, ພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສູນອາຊີມູນິທິຢີ່ປຸ່ນ ຈັດພິທີເຝິກອົບຮົມການສ້າງຮູບເງົາກະຕຸນ ໃຫ້ແກ່ນັກສຶກສາ ພາກວິຊາສື່ສານມວນຊົນ ຄັ້ງທີ 3 ຂຶ້ນທີ່ຫ້ອງສະຕູດີໂອ ຕຶກ FL ຂອງຄະນະອັກສອນສາດ, ໂດຍການກ່າວເປີດພິທີຂອງທ່ານ ວຽງຄໍາ ບົວຄໍາວົງສາ ຫົວໜ້າພາກວິຊາສື່ສານມວນຊົນ ຄະນະອັກສອນສາດ, ມີທ່ານ ຮີໂລະຊິ ອຸຈິດະ ຜູ້ອໍານວຍການສູນອາຊີມູນິທິຢີ່ປຸ່ນ, ທ່ານ ຮີເດຕະກະ ນາກະມຸລະ ນັກສໍາມະນາກອນ ຈາກປະເທດຢີ່ປຸ່ນ, ພ້ອມດ້ວຍນ້ອງນັກສຶກສາຈາກພາກວິຊາສື່ສານມວນຊົນ ຈໍານວນ 32 ຄົນເຂົ້າຮ່ວມ.
ສໍາລັບຈຸດປະສົງຂອງການຈັດເຝິກອົບຮົມຄັ້ງນີ້, ແມ່ນເພື່ອແນໃສ່ສົ່ງເສີມໃຫ້ນັກສຶກສາ ໄດ້ຮຽນຮູ້ວິທີການ, ເຕັກນິກ ໃນການສ້າງຮູບເງົາກະຕູນ ຈາກຊ່ຽວຊານປະເທດຢີ່ປຸ່ນ, ພ້ອມນີ້ກໍ່ເພື່ອແນໃສ່ສ້າງ ແລະພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມສາມາດ, ມີສີມືໃນການພັດທະນາການຜະລິດຮູບເງົາກະຕູນ ອອກມາຮັບໃຊ້ໃຫ້ແກ່ສັງຄົນລາວ ແລະນໍາໄປໜູນໃຊ້ໃນໜ້າທີວຽກງານໃນການປະກອບອາຊີບຂອງນັກສຶກສາອີກດ້ວຍ.
ການຈັດເຝິກອົບຮົມດັ່ງກ່າວ ມີນັກນັກສຶກສາ ພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ຈໍານວນ 32 ຄົນເຂົ້າຮ່ວມ ໃນນັ້ນມີ ນັກສຶກສາປີທີ 3 ແລະປີທີ 4, ການຈັດເຝິກອົບຮົມຄັ້ງນີ້, ແມ່ນດໍາເນີນໄປເປັນເວລາ 3 ວັນ ຕັ້ງແຕ່ວັນທີ 08 ຕຸລາ - 10 ຕຸລາ 2019 ນີ້ຈຶ່ງຈະປິດລົງ.