ຄວກ ຈັດພິທີສະຫຼຸບຊຸດຮຽນ


ໃນຕອນເຊົ້າ ວັນທີ 27 ກັນຍາ 2019 ນີ້, ຄະນະວິທະຍາສາດການກີລາ-ກາຍະກໍາ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຊຸດຮຽນ 2015-2019 ແລະເປີດສົກຮຽນໃໝ່ 2019-2020, ຂຶ້ນທີ່ ຫ້ອງປະຊຸມສະໂມສອນ ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທີການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ຮສ. ປອ. ອານຸໂລມ ວິໄລພອນ ຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກໍາ, ມີບັນດາຮອງຄະນະບໍດີ, ຫົວໜ້າພາກວິຊາ-ຮອງຫົວໜ້າພາກ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ພ້ອມດ້ວຍແຂກທີ່ຖືກເຊີນ, ຕະຫຼອດຮອດບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາປີສຸດທ້າຍເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ປອ. ອານຸໂລມ ວິໄລພອນ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ ແຕ່ປີ 2015-2019 ເຊິ່ງທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະຊຸດຮຽນ 2015-2019 ຜ່ານມາ, ຄະນະວິທະຍາສາດການກີລາ-ກາຍະກໍາ ໄດ້ສ້າງຜົນງານອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານທາງດ້ານການຮຽນ-ການສອນ ອັນໄດ້ເຮັດໃຫ້ບົດບາດ ແລະອິດທິພົນຂອງຄະນະວິຊາເປັນທີ່ຍອມຮັບໃນລະດັບຊາດ ແລະສາກົນ ເຊິ່ງເຫັນໄດ້ເຖິງຜົນສໍາເລັດຄື: ໃນສົກຮຽນນີ້ມີນັກສຶກສາທີ່ສໍາເລັດການສຶກສາທັງໝົດ 50 ຄົນ, ໃນນັ້ນ ມີນັກສຶກສາລະດັບປະລິນຍາຕີ 28 ຄົນ ແລະນັກສຶກສາລະບົບຕໍ່ເນື່ອງ 22 ຄົນ; ພ້ອມນັ້ນ, ມີນັກສຶກສາໄດ້ຮັບປະກາສະນິຍະບັດກຽດນິຍົມ (ປະກາສະນິຍະບັດແດງ) ຈໍານວນ 2 ຄົນ, ຍິງ 1 ຄົນ; ນັກສຶກສາໄດ້ຮັບໃບຍ້ອງຍໍດີເດັ່ນຮອບດ້ານ ຈຳນວນ 14 ຄົນ, ຍິງ 3 ຄົນ; ນັກສຶກສາທີ່ໄດ້ຮັບໃບຍ້ອງຍໍດີເດັ່ນທາງດ້ານການເຄື່ອນໄຫວວຽກງານນອກຫຼັກສູດ ຈໍານວນ 36 ຄົນ, ຍິງ 3ຄົນ. ນອກນັ້ນ ໃນຊຸດຮຽນ 2015-2019 ນີ້, ຄະນະວິທະຍາສາດການກີລາ-ກາຍະກໍາ ຍັງມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ດ້ານການເມືອງ-ແນວຄິດ, ວຽກງານທາງດ້ານວິຊາການ, ການເຄື່ອນໄຫວກິດຈະກໍານອກຫຼັກສູດ ແລະອື່ນໆ ໂດຍສະເພາະແມ່ນການເຂົ້້າຮ່ວມການແຂ່ງຂັນກີລາໃນລາຍການຕ່າງໆ ທັງພາຍໃນ ແລະສາກົນ ອັນໄດ້ສ້າງຜົນງານອັນຍິ່ງໃຫຍ່ມາໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ກໍຄືປະເທດຊາດອີກດ້ວຍ.
ໂອກາດດຽວກັນ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ຂຶ້ນໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍ ແລະສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ໄດ້ປະຕິບັດໜ້າທີຂອງຕົນຈົນໄດ້ຮັບຜົນສຳເລັດ, ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ນັກສຶກສາທີ່ຈົບໄປໃນສົກຮຽນນີ້ ໃຫ້ນໍາເອົາຄວາມຮູ້, ຄວາມສາມາດ, ສະຕິປັນຍາ, ນໍາໄປພັດທະນາຕົນເອງ ແລະໃນການປະຕິບັດວຽກງານຕົວຈິງໃຫ້ເກີດດອກອອກຜົນ ແລະມີຜົນສຳເລັດ.