ຄສບ ສະເຫຼີມສະຫຼອງວັນຄູແຫ່ງຊາດວັນທີ 7 ຕຸລາ ຄົບຮອບ 25 ປີ

ເພື່ອເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ທີ່ໝູນວຽນມາ ຄົບຮອບ 25 ປີ (7/10/1994-7/10/2019), ໃນຕອນບ່າຍ ວັນທີ 2 ຕຸລາ 2019 ຜ່ານມາ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 25 ປີ ແລະພິທີສົມມາຄູ-ອາຈານ ຂຶ້ນທີ່ຫ້ອງປະຊຸມຂອງຄະນະຕົນ, ໂດຍການເຂົ້າຮ່ວມພິທີຂອງທ່ານ ເພັດສະໜອນ ພົມມະວົງ ຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມຢ່າງເປັັນຂະບວນການຟົດຟື້ນ.

          ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ, ບົດຟ້ອນ, ຮ້ອງເພງ ແລະການສະແດງລະຄອນສັ້ນ ຂອງນັກສຶກສາທີ່ມີເນື້ອໃນສະແດງໃຫ້ເຫັນບຸນຄຸນຄູ-ອາຈານ ທີ່ໄດ້ທຸ່ມເທເຫຼື່ອແຮງ ທັງສະຕິປັນຍາເຂົ້າໃນການສິດສອນນັກສຶກສາໃຫ້ເປັນຄົນມີຄວາມຮູ້ ຄວາມສາມາດ. ພ້ອມກັນນັ້ນ, ຍັງໄດ້ຈັດພິທີສົມມາຄູ-ອາຈານ ເພື່ອຂໍຂະມາລາໂທດໃນສີ່ງທີນັກສືກສາໄດ້ກະທຳລ່ວງເກີນ ບໍ່ຈະເປັນຄຳເວົ້າ ຫຼື ການກະທຳ ແລະເພື່ອລະນືກເຖີງຄຸນງາມຄວາມດີຂອງຄູ-ອາຈານທີ່ໄດ້ສິດສອນ ແລະຖ່າຍທອດວິຊາຄວາມຮູ້ໃຫ້ແກ່ນັກສືກສາ. ເຊີ່ງບັນຍາກາດໃນພິທີແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະຄືກຄື້ນ.

          ໃນທ້າຍພິທີ, ທ່ານ ເພັດສະໝອນ ພົມມະວົງ ໄດ້ໃຫ້ຄໍາໂອວາດ ແລະຕັກເຕືອນແກ່ນ້ອງໆນັກສຶກ ໃຫ້ເຫັນໄດ້ຄວາມໝາຍ ສໍາຄັນ ແລະເຊື່ອຟັງຄໍາສັ່ງສອນຂອງຄູ-ອາຈານ, ຕັ້ງໜ້າສຶກສາຄົ້ນຄວ້າຮໍ່າຮຽນ ແລະພັດທະນາຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.