ມຊ ຈັດງານຕະຫຼາດນັດສະໝັກງານປະຈຳປີ 2019 ເປີດໂອກາດໃຫ້ນັກສຶກສາໄດ້ມີວຽກເຮັດງານທຳ

         ງານຕະຫຼາດນັດສະໝັກງານປະຈຳປີ 2019 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2019 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະທ່ານ ທັນສະໄໝ ຊາມຸນຕີ ຫົວໜ້າພັດທະນາຄຸນນະພາບການບໍລິການ ຂອງບໍລິສັດລັດວິສະຫະກິດ ລາວໂທລະຄົມມະນາຄົມ, ມີບັນດາທ່ານຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຕົວແທນຈາກບັນດາຫ້າງຮ້ານ, ບໍລິສັດ, ລັດວິສະຫະກິດ, ທະນາຄານ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ການຈັດງານຄັ້ງນີ້, ມີຈຸດປະສົງເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ ລວມເຖິງບຸກຄົນທົ່ວໄປທີ່ສົນໃຈໃນການຊອກຫາວຽກເຮັດງານທຳ, ພ້ອມທັງເປັນການອຳນວຍຄວາມສະດວກໃຫ້ແກ່ຫ້າງຮ້ານ, ບໍລິສັດ, ລັດວິສະຫະກິດ, ທະນາຄານ ຕ່າງໆໄດ້ຊອກຫານັກວິຊາທີ່ມີຄຸນນະພາບເຂົ້າມາເຮັດວຽກໃນອົງກອນຂອງຕົນ.

          ນອກນັ້ນ, ພາຍໃນງານຍັງໄດ້ມີການມອບທຶນການສຶກສາປະຈຳປີ 2019 ຈາກບໍລິສັດລັດວິສະຫະກິດ ລາວໂທລະຄົມມະນາຄົມ ມູນຄ່າ 50.000.000 ກີບ (ຫ້າສິບລ້ານກີບ) ໃຫ້ແກ່ນັກສຶກສາຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນດີ ແຕ່ສະພາບຄອບຄົວຍັງຂາດເຂີນ, ທຸກຍາກ ແລະມາຈາກເຂດຫ່າງໄກສອກຫຼີກ ທີ່ກຳລັງສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດ ເຊິ່ງຈຳນວນທຶນດັ່ງກ່າວແມ່ນໄດ້ຈັດແບ່ງໃຫ້ແກ່ນັກສຶກສາເປັນເດືອນ ຈຳນວນ 200.000 ກີບ/ຄົນ/ເດືອນ ເພື່ອໃຊ້ຈ່າຍເຂົ້າໃນການສຶກສາຮໍ່າຮຽນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.