ງານວາງສະແດງການສຶກສາຂອງ ສສ ຫວຽດນາມ 2019 ເວທີເຜີຍແຜ່ຄວາມຮູ້ໃຫ້ແກ່ນັກສຶກສາລາວ


ການຈັດງານວາງສະແດງ ການສຶກສາຊັ້ນສູງ ສສ ຫວຽດນາມໄດ້ຈັດຂຶ້ນເມື່ອວັນທີ 29 ພຶດສະພາ 2019 ຜ່ານມາ, ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ຫງວຽນ ວັນຟຸກ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກໍ່ສ້າງ ສສ ຫວຽດນາມ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ຫງວຽນ ຮາຍແທ່ງ ຮອງຫົວໜ້າກົມໃຫຍ່ຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະກໍ່ສ້າງ ສສ ຫວຽດນາມ ແລະທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະ-ຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພາກວິຊາ, ສູນ, ສະຖາບັນ, ຜູ້ບໍລິຫານການສຶກສາ, ພະນັກງານ, ອາຈານ, ນັກທຸລະກິດ ແລະນັກສຶກສາເຂົ້າຮ່ວມ.
ງານດັ່ງກ່າວ, ເປັນການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະກີລາ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະກໍ່ສ້າງ ສສ ຫວຽດນາມ ແລະມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2016. ທັງນີ້, ກໍເພື່ອແນ່ໃສ່ໃຫ້ນັກສຶກສາຂອງລາວໄດ້ຮູ້ຈັກ ເຂົ້າເຖິງການສຶກສາຊັ້ນສູງທີ່ກ້າວໜ້າ, ເປັນໂອກາດໃຫ້ນັກສຶກສາ, ອາຈານ, ນັກຄົ້ນຄວ້າ, ພະນັກງານ, ຜູ້ບໍລິຫານການສຶກສາຂອງລາວ ໄດ້ເກັບກຳຂໍ້ມູນ, ຄວາມຮູ້ ແລະເປັນໂອກາດໃນການຊອກຫາທຶນການສຶກສາ ກໍຄືໂອກາດທີ່ຈະໄປຮຽນຕໍ່ມະຫາວິທະຍາໄລຕ່າງໆ ຢູ່ ສສ ຫວຽດນາມ. ພ້ອມກັນນັ້ນ ຍັງເປັນການເປີດໂອກາດໃຫ້ນ້ອງໆນັກຮຽນທີ່ກຳລັງຈະຈົບ ມ.7 ຊອກວິຊາສາຂາຮຽນທີ່ເໝາະສົມກັບຕົນເອງ, ເປັນເວທີແລກປ່ຽນຄວາມຮູ້ ແລະກຽມໂຕ, ພ້ອມທັງເປັນໂອກາດທີ່ດີໃຫ້ແກ່ມະຫາວິທະຍາໄລ, ສະຖານການສຶກສາຊັ້ນນຳຂອງ ສສ ຫວຽດນາມ ທີ່ມາຈາກ 40 ກວ່າມະຫາວິທະຍາໄລ ໄດ້ມອບທຶນໃຫ້ແກ່ແຂວງທີ່ຢູ່ຕາມລຽບຊາຍແດນ ແລະຢູ່ຫ່າງໄກສອກຫຼີກຂອງ ສປປ ລາວ.
ການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ-ການສຶກສາຂອງ 2 ຊາດ ລາວ-ຫວຽດນາມ ຍາມໃດກໍໄດ້ຮັບການເອົາໃຈໃສ່ພິເສດຈາກລັດຖະບານ, ໃນແຕ່ລະປີ ສສ ຫວຽດນາມ, ສະຖານການສຶກສາຊັ້ນສູງ, ບັນດາອົງກອນການສືກສາ, ຫົວໜ່ວຍທຸລະກິດໄດ້ປະກອບສ່ວນເປັນກຳລັງແຮງອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວ. ໃນປັດຈຸບັນ ມີນັກສຶກສາລາວທີ່ກຳລັງຮຽນຢູ່ ສສ ຫວຽດນາມ ປະມານ 16,000 ຄົນ ຢູ່ 180 ສະຖານການສຶກສາໃນທົ່ວປະເທດ, ທົ່ວຂະແໜງການທີ່ ສສ ຫວຽດນາມ ໃນຫຼາຍລະບົບທີ່ແຕກຕ່າງກັນ ເປັນຕົ້ນແມ່ນຫຼັກສູດໄລຍະສັ້ນ, ໄລຍະຍາວ, ຮຽນພາສາ, ປະລິນຍາຕີ, ໂທ, ເອກ ແລະຝຶກງານຕ່າງໆ.
ນອກຈາກນີ້, ຍັງໄດ້ມີການຈັດງານສຳມະນາຍົກສູງຄຸນນະພາບການສຶກສາ ລາວ-ຫວຽດນາມ. ຫຼັງຈາກນັ້ນ, ໄດ້ມີການລົງນາມຮ່ວມມືລະຫວ່າງບັນດາພະແນກສຶກສາ ລາວ-ຫວຽດນາມ ເພື່ອເຮັດໃຫ້ວຽກງານການສຶກສາຂອງ 2 ປະເທດ ນັບມື້ນັບເຂັ້ມແຂງ ແລະແໜ້ນແຟ້ນ, ເສີມຂະຫຍາຍ ແລະພັດທະນາຢ່າງບໍ່ຢຸດຢັ້ງ ນັບມື້ນັບມີປະສິດທິພາບຕົວຈິງຂອງແຕ່ລະປະເທດ, ພາກພື້ນ ແລະສາກົນ.