3 ມະຫາວິທະຍາໄລຮ່ວມ ຈັດກອງປະຊຸມສໍາມະນາວິຊາການ

ໃນຕອນເຊົ້າວັນທີ 14 ມັງກອນ 2019 ນີ້, ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດຮ່ວມກັບ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລຈຸລາລົງກອນຣາຊະອານາຈັກໄທ ແລະຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລສະຖາປັດຕະຍະກໍາ ຮ່າໂນຍ ສສ ຫວຽດນາມ ຈັດກອງປະຊຸມສໍາມະນາທາງວິຊາການຂຶ້ນທີີ່ຫ້ອງປະຊຸມ ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ຮສ. ມະໂນລົດ ພິນິດ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ນາງພັນຊະລັດ ສຸລິໂຍທິນ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລຈຸລາລົງກອນ ຣາຊະອານາຈັກໄທ, ທ່ານ ນາງ ຊາບທິ ມິງ ຫົວໜ້າຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລສະຖາປັດຕະຍະກໍາ ຮ່າໂນຍ ສສ ຫວຽດນາມ, ມີຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ແລະຕົວແທນນັກສຶກສາຄະນະສະຖາປັດຕະຍະກໍາສາດ ຂອງ 3 ມະຫາວິທະຍາໄລເຂົ້າຮ່ວມ.

           ການຈັດກອງປະຊຸມສຳມະນາ ວິຊາການຮ່ວມ ລະຫວ່າງຄະນະສະຖາປັດຕະຍະກຳສາດມະຫາວິທະຍາໄລແຫ່ງຊາດ, ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລຈຸລາລົງກອນ ຣາຊະອານາຈັກໄທແມ່ນໄດ້ລິເລີ່ມມາແຕ່ປີ 2014 ເປັນຕົ້ນມາ ເຊິ່ງຄັ້ງນີ້ເປັນຄັ້ງທີ 5 ພິເສດປີນີ້ ທາງມະຫາວິທະຍາໄລ ສະຖາປັດຕະຍະກໍາ ຮ່າໂນຍ ສສ ຫວຽດນາມ ໄດ້ເຂົ້າຮ່ວມ. ທັງນີ້ກໍເພື່ອສ້າງໃຫ້ນັກສຶກສາ 3 ສະຖາບັນໄດ້ມີການຮຽນຮູ້ ພາກທິດສະດີ ແລະພາກປະຕິບັດຕົວຈິງ ໂດຍການລົງເຮັດວຽກແບບໃກ້ຊິດຕິດແທດກັບຊຸມຊົນ ແລະເຂົ້າໃຈຢ່າງເລິກເຊິ່ງໃນວິຊາຮຽນຂອງຕົນ. ກອງປະຊຸມສໍາມະນາດັ່ງກ່າວ ຍັງເປັນການພົບປະແລກປ່ຽນວິຊາການທາງດ້ານສະຖາປັດຕະຍະກໍາ ໂດຍສະເພາະການແລກປ່ຽນແນວຄິດໃນການອອກແບບ ທີ່ຈະເກີດປະໂຫຍດໃຫ້ແກ່ການພັດທະນາ ວິຊາຊີບສະຖາປັດຕະຍະກໍາ, ເພື່ອເຮັດໃຫ້ຈໍານວນນັກສຶກສາທີ່ເຂົ້າຮ່ວມກິດຈະກໍາ ໄດ້ມີຄວາມຮູ້, ຄວາມເຂົ້າໃຈ, ຮັບຮູ້ທິດທາງໃນການປະຕິບັດ ແລະໝູນໃຊ້ໃນອະນາຄົດ, ພ້ອມນັ້ນຍັງເປັນການສ້າງມິດຕະພາບ ສາຍພົວພັນທີ່ດີ ກໍຄືການຮຽນຮູ້ ແລະແລກປ່ຽນວັດທະນະທໍາເຊິ່ງກັນ ແລະກັນ ລະຫວ່າງ 3 ສະຖາບັນການສຶກສາ.

          ການຈັດງານສຳມະນາຄັ້ງນີ້ແມ່ນຈະດຳເນີນໄປເປັນເວລາ 5 ວັນ ຄື ແຕ່ວັນທີ 14-19 ມັງກອນ2019, ເຊິ່ງຈະແບ່ງນັກສຶກສາອອກເປັນ 6 ກຸ່ມຄື: ກຸ່ມການອອກແບບອາຄານຮ່ວມສະໄໝ,  ກຸ່ມວັດແທກອາຄານທາງສະຖາປັດຕະຍະກໍາ, ກຸ່ມການອອກແບບແສງສະຫວ່າງທາງສະຖາປັດຕະຍະກຳ, ກຸ່ມການອອກແບບຊຸມຊົນເມືອງ, ກຸ່ມການອອກແບບພູມີທັດຊຸມຊົນເມືອງ ແລະກຸ່ມການອອກແບບປ້າຍ-ແຜ່ນພັບເພື່ອການທ່ອງທ່ຽວ. ເຊິ່ງແຕ່ລະກິດຈະກໍາຈະມີອາຈານນໍາພາຊີ້ນໍາໃນການລົງພາກສະໜາມເພື່ອເກັບກໍາຂໍ້ມູນຕາມສະຖານທີ່ຕ່າງໆທີ່ ບ້ານປາກຂະຍູງ ເມືອງທຸລະຄົມ ແຂວງວຽງຈັນ.

          ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.