ທ່ານ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຕ້ອນຮັບທ່ານ ຮອງອະທິການບໍດີ ມະຫາວິທະຍາໄລວູໂຈວ ສປ ຈີນ

ໃນຕອນບ່າຍວັນທີ 9 ມັງກອນ 2019 ຜ່ານມານີ້,  ທີ່ຫ້ອງຮັບແຂກ ຕຶກສໍານັກງານ ອະທິການບໍດີ, ຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ນໍາໂດຍທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ທ່ານYu Zhenmingຮອງອະທິການບໍດີ ມະຫາວິທະຍາໄລວູໂຈວ ສປ ຈີນ ພ້ອມດ້ວຍຄະນະ.

ການມາຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ ຂອງທ່ານ Yu Zhenming ຮອງອະທິການບໍດີ ມະຫາວິທະຍາໄລວູໂຈວ ສປ ຈີນ ແລະຄະນະໃນຄັ້ງນີ້ ແມ່ນໄດ້ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືດ້ານວິຊາການ, ການແລກປ່ຽນຄູ-ອາຈານ ແລະນັກສຶກສາ, ການສ້າງບົດຄົ້ນວິທະຍາສາດຮ່ວມກັນໃນອະນາຄົດ.

ໂອກາດນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຢ້ຽມຢາມ ຂອງ ທ່ານ Yu Zhenming ແລະຄະນະ, ທັງໄດ້ກ່າວເຖິງຂອບການຮ່ວມມື ຂອງສອງຝ່າຍໃນອະນາຄົດ, ເປັນຕົ້ນແມ່ນ ການແລກປ່ຽນຄູ-ອາຈານ ແລະນັກສຶກສາ, ການຄົ້ນຄວ້າວິທະຍາສາດຮ່ວມກັນ, ການຈັດກອງປະຊຸມສໍາມະນາວິຊາການ ແລະແລກປ່ຽນຂໍ້ມູນຂ່າວສານທີ່ມີຄວາມຈໍາເປັນຂອງສອງຝ່າຍ.  ໃນທ້າຍພິທີທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.