ຄນລ ຈັດພິທີຮັບສະມາຊິກພັກສົມບູນ ແລະມອບ-ຮັບບັດສະມາຊິກພັກ
ໃນຕອນບ່າຍວັນທີ 4 ມັງກອນ 2019 ຜ່ານມານີ້, ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ໄດ້ຈັດພິທີຮັບສະມາຊິກພັກສົມບູນ ແລະມອບ-ຮັບບັດສະມາຊິກພັກ ຂຶ້ນທີ່ຫ້ອງປະຊຸມ ຄະນະຂອງຕົນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຈ.ປອ. ສົມສີ ຍໍພັນໄຊ ຄະນະປະຈຳພັກກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີສະຫາຍ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກ, ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດ, ມີບັນດາຄະນະພັກຮາກຖານ, ເລຂາ-ຮອງເລຂາໝ່ວຍພັກ, ຫົວໜ້າຈຸ-ຮອງຈຸ ພ້ອມດ້ວຍສະມາຊິກພັກສົມບູນ ແລະສໍາຮອງຂອງຄະນະດັ່ງກ່າວເຂົ້າຮ່ວມ.
ໃນພິທີແມ່ນໄດ້ຮັບເອົາສະມາຊິກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ, ຍິງ 7 ສະຫາຍ, ໂດຍແມ່ນສະຫາຍ ຮສ. ວຽງວິໄລ ທ່ຽງຈັນໄຊ ເປັນຜູ້ມອບປຶ້ມສະມາຊິກພັກ ໃຫ້ແຕ່ລະສະຫາຍ ພ້ອມທັງໄດ້ກ່າວຄໍາແນະນຳ-ຕັກເຕືອນໃຫ້ສະມາຊິກພັກທຸກສະຫາຍ, ໂດຍສະເພາະແມ່ນບັນດາສະຫາຍ ສະມາຊິກພັກສົມບູນໃໝ່ ຈົ່ງພ້ອມກັນ ປະຕິບັດຕາມລະບຽບຫຼັກການທີ່ ພັກ-ລັດວາງອອກ ແລະພ້ອມກັນພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂອງພັກຢ່າງປອດໃສຂາວສະອາດ ແລະເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນກ້າວໜ້າ.
ໂອກາດດຽວກັນ ສະຫາຍ ສຈ.ປອ. ສົມສີ ຍໍພັນໄຊ ກໍໄດ້ມອບບັດສະມາຊິກພັກສົມບູນໃຫ້ແກ່ສະມາຊິກພັກ ຈຳນວນ 14 ສະຫາຍ, ຍິງ 6 ສະຫາຍ ພ້ອມທັງໄດ້ກ່າວໂອ້ລົມຕໍ່ພິທີ ເຊິ່ງສະຫາຍກ່າວບາງຕອນວ່າ: ສະມາຊິກພັກທຸກສະຫາຍຈົ່ງພ້ອມກັນສືບຕໍ່ພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ສ້າງຕົນເອງໃຫ້ເຂັ້ມແຂງ ໜັ້ກແໜ້ນ ມີຄວາມສາມັກຄີປອງດອງກັນໃນໝູ່ຄະນະ ແລະຈົ່ງເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ກໍຄືຜູ້ທີ່ກຳລັງຈະເຂົ້າເປັນສະຊິກມະຫາຊົນກ້າວໜ້າຕໍ່ໄປ.