ສະມາຄົມສິລະປະ ແລະວັດທະນະທໍາແຊຣິງ ສ. ເກົາຫຼີມອບເຄື່ອງຊ່ວຍເຫຼືອລ້າໃຫ້ແກ່ ມຊ ເປັນຄັ້ງທີ 2
ໃນຕອນບ່າຍວັນທີ 4 ມັງກອນ 2019 ນີ້, ທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກສະມາຄົມ ສິລະປະ ແລະວັດທະນະທໍາແຊຣິງ ສ. ເກົາຫຼີ ໃຫ້ແກ່ມະຫາວິທະຍາໄລແຫ່ງຊາດເປັນຄັ້ງທີ 2, ໂດຍການກ່າວມອບຂອງທ່ານ ຢຸນ ກຸງສິກ ( Youn Koung Sic) ຕາງໜ້າ ສະມາຄົມສິລະປະ ແລະວັດທະນະທໍາແຊຣິງ ສ. ເກົາຫຼີ ແລະກ່າວຮັບໂດຍທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໃນພິທີມີຫົວໜ້າ-ຮອງຫົວໜ້າຫ້ອງການ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້່າຮ່ວມ.
ໂອກາດນີ້, ທ່ານ ຮສ.ປອ. ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ສະມາຄົມສິລະປະ ແລະວັດທະນະທໍາແຊຣິງ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ມະຫາວິທະຍາໄລແຫ່ງຊາດ; ເຊິ່ງການຊ່ວຍເຫຼືອຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ດີ ລະຫວ່າງສອງຊາດລາວ ແລະ ສ. ເກົາຫຼີ ທີ່ມີໃຫ້ກັນຕະຫຼອດມາ ກໍຄືຄວາມເປັນຫ່ວງເປັນໄຍຂອງສະມາຄົມສິລະປະ ແລະວັດທະນະທໍາແຊຣິງ ສ. ເກົາຫຼີ ທີ່ມີຕໍ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນນັກສຶກສາທີ່ທຸກຍາກຂາດເຂີນ ທີ່ກໍາລັງສຶກສາຢູ່ໃນ ມະຫາວິທະຍາໄລແຫ່ງຊາດ. ພ້ອມທັງ ໄດ້ກ່າວເນັ້ນໜັກ ເຖິງການບໍລິຈາກເຄື່ອງໃນການຊ່ວຍເຫຼືອຄັ້ງນີ້ ແມ່ນໃຫ້ທົ່ວເຖິງກັນ ແລະຖືກຕ້ອງຕາມຈໍານວນຂອງນັກສຶກສາທີ່ທຸກຍາກ ຂາດເຂີນຢູ່ໃນແຕ່ລະຄະນະວິຊາ ໃນທົ່ວມະຫາວິທະຍາໄລແຫ່ງຊາດ.
ເຄື່ອງຊ່ວຍເຫຼືອທີ່ທາງສະມາຄົມສິລະປະ ແລະວັດທະນະທໍາແຊຣິງ ນໍາມາມອບແກ່ ມະຫາວິທະຍາໄລແຫ່ງຊາດຄັ້ງນີ້ປະກອບມີ: ເກີບ, ເສື້ອກີລາ ແລະກະເປົາ. ລວມມູນຄ່າທັງໝົດ230.000 ໂດລາສະຫະລັດ ຫຼືປະມານ 1,989,500,000 ກີບ (ນຶ່ງຕື້ເກົ້າຮ້ອຍ; ສິບເກົ້າລ້ານຫ້າແສນກີບ).