ຄຊປປລ ມະຫາວິທະຍາໄລແຫ່ງຊາດ ຈັດພິທີສະຫຼຸບກິດຈະກໍາ “ອ້າຍ-ເອື້ອຍສອນພາສາອັງກິດໃຫ້ນ້ອງ”


ໃນຕອນບ່າຍວັນທີ28 ທັນວາ 2018ຜ່ານມານີ້ , ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບກິດຈະກໍາ “ອ້າຍ-ເອື້ອຍສອນພາສາອັງກິດໃຫ້ນ້ອງ”ທີ່ແຂວງບໍລິຄໍາໄຊ ແລະແຂວງສາລະວັນ ປະຈໍາປີ2018 ຂຶ້ນທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ, ໂດຍການເປັນປະທານຂອງສະຫາຍ ພຽງສະໜິດ ຈັນທະວີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ, ມີບັນດາສະຫາຍເລຂາຊາວໜຸ່ມຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມອາສາສະໝັກເຂົ້າຮ່ວມ.
ໃນທີ່ປະຊຸມ, ສະຫາຍ ພຽງສະໜິດ ຈັນທະວີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບ ກິດຈະກໍາ “ອ້າຍ-ເອື້ອຍສອນພາສາອັງກິດໃຫ້ນ້ອງ”ທີ່ແຂວງບໍລິຄໍາໄຊ ແລະແຂວງສາລະວັນ ປະຈໍາປີ2018 ວ່າ: ຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ ໄດ້ສົ່ງຊາວໜຸ່ມອາສາສະໝັກ ຈໍານວນ 23 ສະຫາຍ, ຍິງ 11 ສະຫາຍ ຈາກ 5 ຮາກຖານຄື: ຊາວໜຸ່ມ ຮາກຖານ ຄະນະສຶກສາສາດ, ຄະນະ ອັກສອນສາດ, ຄະນະວິທະຍາສາດທໍາມະຊາດ, ຄະນະວິທະຍາສາດສິ່ງແວດລ້ອມ ແລະຄະນະວິທະຍາສາດສັງຄົມ, ກິດຈະກໍາດັ່ງກ່າວ ໄດ້ສົ່ງລົງ 2 ແຂວງຄື: ແຂວງບໍລິຄໍາໄຊ ແລະແຂວງສາລະວັນ; ໃນນັ້ນ ແຂວງບໍລິຄໍາໄຊມີຊາວໜຸ່ມອາສາສະໝັກເຂົ້າຮ່ວມ 11 ສະຫາຍ, ຍິງ 5 ສະຫາຍ, ແຂວງສາລະວັນມີ ຊາວໜຸ່ມອາສາສະໝັກເຂົ້າຮ່ວມ 12 ສະຫາຍ, ຍິງ 6 ສະຫາຍ. ເຊິ່ງຜົນສໍາເລັດດັ່ງກ່າວ ໄດ້ສ້າງໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ມີຄວາມຮູ້ທາງດ້ານພາສາຕ່າງປະເທດ, ຮູ້ນໍາໃຊ້ເວລາວ່າງໃຫ້ເປັນປະໂຫຍດ ເພື່ອຫຼີກລ່ຽງຈາກປະກົດການຫຍໍ້ທໍ້ໃນສັງຄົມ, ພ້ອມທັງເປັນການເຝິກຝົນຫຼໍ່ຫຼອມໃຫ້ຊາວໜຸ່ມອາສາສະໝັກໄດ້ຮໍ່າຮຽນເອົາແບບແຜນການດໍາລົງຊີວິດ ລະຫວ່າງຊົນນະບົດກັບຕົວເມືອງ, ມີຄວາມອົດທົນ, ມີຄວາມເສຍສະຫຼະ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະເປັນການສ້າງສາຍພົວພັນສາມັກຄີຮັກແພງຮ່ວມກັນຂອງຊາວໜຸ່ມ-ເຍົາວະຊົນໃຫ້ມີຄວາມແໜ້ນແຟ້ນ ແລະເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະສະມາຊິກຊາວໜຸ່ມ-ເຍົາວະຊົນທົ່ວໄປໃນສັງຄົມ.
ຂະນະດຽວກັນ, ສະຫາຍ ພຽງສະໜິດຈັນທະວີໄຊ ກໍໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຊາວໜຸ່ມອາສາສະໝັກ 23 ສະຫາຍ ທີ່ມີຄວາມຕັ້ງໃຈສິດສອນພາສາອັງກິດໃຫ້ແກ່ຊາວໜຸ່ມ -ເຍົາວະຊົນຈົນສໍາເລັດ ແລະເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມທັງຫຼາຍພ້ອມທັງເຮັດໃຫ້ອາສາສະໝັກຊາວໜຸ່ມຮັບຮູ້ແບບແຜນການດໍາລົງຊີວິດ ແລະວັດທະນະທໍາຂອງແຕ່ລະທ້ອງຖິ່ນນນໍາອີກ, ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ່ຊາວໜຸ່ມອາສາສະໝັກທັງ 23 ສະຫາຍອີກດ້ວຍ.