ພິທີສະຫຼຸບການເຂົ້າຮ່ວມແຂ່ງຂັນ ງານມະຫາກຳກີລາ ມະຫາວິທະຍາໄລອາຊຽນຄັ້ງທີ 19

 

          ໃນຕອນເຊົ້າ ວັນທີ 29 ທັນວາ 2018 ຜ່ານມາ, ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ສະຫະພັນກີລາມະຫາວິທະຍາໄລລາວ ໄດ້ຈັດພິທີສະຫຼຸບການເຂົ້າຮ່ວມແຂ່ງຂັນ ງານມະຫາກຳກີລາ ມະຫາວິທະຍາໄລອາຊຽນຄັ້ງທີ 19 ທີ່ນະຄອນຫຼວງເນປີດໍ ປະເທດມຽນມາ ໃນລະຫວ່າງ ວັນທີ 10-19 ທັນວາ 2018 ຜ່ານມາ, ໂດຍການເປັນປະທານຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ທັງເປັນຜູ້ຊີ້ນຳການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ປະທານສະຫະພັນກີລາມະຫາວິທະຍາໄລລາວ, ມີບັນດາແຂກຖືກເຊີນ, ຄູຝຶກ ແລະນັກກີລາເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ຮສ. ປອ. ອານຸລົມ ວິໄລພອນ ວ່າການຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກຳ ທັງເປັນຜູ້ປະສານງານໃນການເຂົ້າຮ່ວມແຂ່ງຂັນ ງານມະຫາກຳກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 19 ໄດ້ຂຶ້ນຜ່ານບົດຫຼຸບວ່າ: ງານມະຫາກຳກີລາ ມະຫາວິທະຍາໄລອາຊຽນ ຫຼື ຊື່ຫຍໍ້ວ່າ ASEAN University Games” ເຊິ່ງເລີ່ມຈັດການແຂ່ງຂັນມາແຕ່ປີ 1982 ເປັນຕົ້ນມາ ເປັນການແຂ່ງຂັນຂອງນັກກີລາໃນລະດັບມະຫາວິທະຍາໄລ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ໂດຍຈັດຂຶ້ນເປັນໃນໄລຍະ 2 ປີຕໍ່ຄັ້ງ ແລະມີການໜູນວຽນໃນແຕ່ລະປະເທດອາຊຽນທີ່ມີຄວາມພ້ອມເປັນເຈົ້າພາບ. ເຊິ່ງຈຸດປະສົງຂອງການຈັດງານກີລາດັ່ງກ່າວກໍເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມື, ຜູກແໜ້ນຄວາມສາມັກຄີກັບບັນດາປະເທດອາຊຽນ ພ້ອມທັງເປັນການຍົກຖານະບົດບາດ, ຊື່ສຽງຂອງນັກກີລາໃຫ້ກ້າວສູ່ລະດັບສາກົນ ແລະເພື່ອເປັນການຍົກສູງຄວາມສາມາດຂອງນັກກີລາແຕ່ລະປະເພດຂອງໄວໜຸ່ມ, ທັງເປັນການທົດສອບຄວາມສາມາດ ເພື່ອປັບປຸງທາງດ້ານເຕັກນິກ, ຍຸດທະວີທີຂອງກີລາປະເພດຕ່າງໆອີກດ້ວຍ. ການເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກີລາ ມະຫາວິທະຍາໄລອາຊຽນຄັ້ງທີ 19 ທັບນັກກີລາມະຫາວິທະຍາໄລລາວ ລົງແຂ່ງຂັນກີລາທັງໝົດ 9 ປະເພດກີລາຄື: ກີລາແລ່ນ-ລານ, ກີລາບານເຕະ, ກີລາຫວໍຫວຽດນາມ, ກີລາຍິງທະນູ, ກີລາວູຊູ, ກີລາເປຕັງ, ກີລາກະຕໍຫວາຍ ຊາຍ, ກີລາດອກປີກໄກ່ ແລະກີລາກ໋ອບ ລວມນັກກີລາເຂົ້າຮ່ວມແຂ່ງຂັນທັງໝົດ 94 ຄົນ ຍິງ 22 ຄົນ, ສະຫຼຸບຫຼຽນທີ່ໄດ້ຈາກການແຂ່ງຂັນທັງໝົດ 27 ຫຼຽນ ໃນນັ້ນປະກອບມີ 7 ຫຼຽນຄໍາ ຈາກກີລາຫວໍຫວຽດນາມ 2 ຫຼຽນ, ກີລາເປຕັງ 2 ຫຼຽນ, ກີລາກະຕໍ້ຊິນລົງ 1 ຫຼຽນ, ກີລາວູຊູ 1 ຫຼຽນ ແລະກີລາແລ່ນ-ລານ 1 ຫຼຽນ; 9 ຫຼຽນເງິນ ໄດ້ຈາກກີລາຫວໍຫວຽດນາມ 3 ຫຼຽນ, ກີລາເປຕັງ 1 ຫຼຽນ, ກີລາກະຕໍ້ຊິນລົງ 3 ຫຼຽນ, ກີລາວູຊູ 2 ຫຼຽນ ແລະ11 ຫຼຽນທອງແດງໄດ້ຈາກກີລາຫວໍຫວຽດນາມ 2 ຫຼຽນ, ກີລາເປຕັງ 3 ຫຼຽນ, ກີລາກະຕໍ້ຊິນລົງ 1 ຫຼຽນ ແລະກີລາແລ່ນ-ລານ 5 ຫຼຽນ ເຊິ່ງສາມາດສ້າງຜົນງານໄດ້ເໜືອຄວາມຄາດໝາຍທີ່ຕັ້ງເປົ້າໄວ້ພຽງ 5 ຫຼຽນຄຳ. ສຳລັບການເຂົ້າຮ່ວມແຂ່ງຂັນໃນຄັ້ງຕໍ່ໄປ ສະຫະພັນກີລາມະຫາວິທະຍາໄລລາວແມ່ນຈະສືບຕໍ່ພັດທະນານັກກີລາ ພ້ອມທັງນັກວິຊາການ ກໍຄືບັນດາຄູຝຶກໃຫ້ມີປະສິດທິພາບ ແລະປະສິດທິຜົນຍິ່ງຂຶ້ນ.

          ຂະນະດຽວກັນ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ກໍໄດ້ກ່າວສະແດງຄວາມຍ້ອງຍໍແກ່ບັນດາຄູຝຶກ ແລະນັກກີລາທີ່ສ້າງຜົນງານຢ່າງໂດດເດັ່ນ ແລະສາມາດຍາດຫຼຽນລາງວັນໄດ້ເໜືອຄວາມຄາດໝາຍ ພ້ອມກ່າວເນັ້ນໜັກໃຫ້ຄະນະກຳມະການທີ່ຮັບຜິດຊອບໃຫ້ເອົາໃຈໃສ່ຝຶກຊ້ອມນັກກີລາເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນໃນຄັ້ງຕໍ່ໆໄປ ແລະໃຫ້ເປີດໂອກາດໃນການຄັດເລືອກນັກກີລາໂດຍເປີດຮັບສະໝັກມາຈາກມະຫາວິທະຍາໄລຕ່າງໆ. ນອກນັ້ນ ໃນພິທີ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ກໍໄດ້ມອບໃບຍ້ອງຍໍ ຂັ້ນມະຫາວິທະຍາໄລແຫ່ງຊາດ ໃຫ້ແກ່ບັນຄູຝຶກ ແລະນັກກີລາ ເພື່ອເປັນການຍ້ອງຍໍຊົມເຊີຍແກ່ຜົນງານທີ່ຍາດມາໄດ້ອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.