ຄະນະກຳມະການກອງທຶນ ນັກສຶກສາ ມຊ ສຳພາດນັກສຶກສາຜູ້ທີ່ສະໝັກເອົາທຶນການສຶກສາໃນສົກຮຽນ 2018-2019

          ຕອນເຊົ້າວັນທີ 23 ຕຸລາ 2018 ນີ້,  ຄະນະກຳມະການກອງທຶນຫ້ອງການຄຸ້ມຄອງນັກສຶກສາ ຮ່ວມກັບ 3 ອົງການຈັດຕັ້ງ ມຊ ໄດ້ຈັດຕັ້ງການສຳພາດນັກສຶກສາເພື່ອຮັບທຶນການສຶກສາ ຈາກມູນນິທິຕ່າງໆ ຂຶ້ນທີຫ້ອງປະຊຸມຂອງຫ້ອງການຕົນ.

          ການສຳພາດໃນຄັ້ງນີ້ ມີນັກສຶກສາປີທີ 2 ຈາກຄະນະວິຊາຕ່າງໆທົ່ວ ມຊ, ເຊິ່ງມີຜູ້ຍື່ນໃບສະໝັກເຂົ້າສຳພາດ 200 ກວ່າຄົນ; ໃນນັ້ນ ທຶນຂອງບໍລິສັດເບຍລາວ ແມ່ນໃຫ້ 50 ທຶນ, ທຶນຢາມາດະ(Yamada)ໃຫ້ 4 ທຶນ, ທະນາຄານໂລກ(Wccc) ໃຫ້ 8 ທຶນ ລວມທັງໝົດມີ 62 ທຶນ.  ເງື່ອນໄຂຜູ້ທີ່ຈະໄດ້ຮັບທຶນ ຕ້ອງແມ່ນຜູ້ທີມີຄຸນສົມບັດດີ, ມີຄະແນນສະເລ່ຍ ໃນຊັ້ນຮຽນປີທີ 1 ຕາມຄະນະທີ່ນັກສຶກສາໄດ້ຮຽນ ຢູ່ ມະຫາວິທະຍາໄລແຫ່ງຊາດ 2,00 ຂຶ້ນໄປ, ມາຈາກຕ່າງແຂວງເຂດຫ່າງໄກສອກຫຼີກ, ຄອບຄົວທຸກຍາກຂາດເຂີນ ແລະຜູ້ທີເປັນລູກກຳພ້າ-ກໍາພອຍເປັນຕົ້ນ.

          ສ່ວນຂັ້ນຕອນຂອງການຄັດເລືອກແມ່ນຄັດເລືອກເອກະສານ ແລະສຳພາດແຕ່ລະບຸກຄົນ ຫຼັງຈາກນັ້ນກໍຈັດພິທີປະກາດຜົນ, ຄາດວ່າຈະຈັດພິທີປະກາດຜົນໃນເດືອນ ພະຈິກ 2018 ນີ້.

          ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.