ຄສປ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລເຊອູນ ສ. ເກົາຫຼີ ໄດ້ຈັດກິດຈະກໍາແລກປ່ຽນຄວາມຮູ້

ໃນຕອນບ່າຍວັນທີ 19 ຕຸລາ 2018 ຜ່ານມານີ້, ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ແລະຄະນະ ວາງແຜນສະພາບແວດລ້ອມ ມະຫາວິທະຍາໄລເຊອູນ ສ. ເກົາຫຼີ ໄດ້ຈັດກິດຈະກໍາແລກປ່ຽນຄວາມຮູ້ ພາຍໃຕ້ໂຄງການ “Joint Workshop on Urban and Reginal Environment in Vientiane capital”ຂຶ້ນທີ່ສູນການຮຽນຮູ້ ຂອງຄະນະຕົນ; ໂດຍການເຂົ້າຮ່ວມຂອງທ່ານ ຮສ. ມະໂນຣົດ ພິນິດ ຮອງຄະນະບໍດີ ຄະນະສະຖາປັດ ຕະຍະກໍາສາດ, ມີບັນດາຫົວໜ້າພາກ-ຮອງພາກວິຊາ, ຄູ-ອາຈານ ແລະນັກສຶກສາຈາກ ມະຫາວິທະຍາໄລເຊອູນ ສ. ເກົາຫຼີ ແລະພະນັກງານ, ຄູ-ອາຈານ ຄະນະສະຖາປັດຕະຍະກໍາສາດມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

          ກິດຈະກໍາແລກປ່ຽນຄວາມຮູ້ ພາຍໃຕ້ໂຄງການ “Joint Workshop on Urban and Reginal Environment in Vientiane capital” ຄັ້ງນີ້ ແມ່ນການຈັດກິດຈະກໍາແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ລະຫວ່າງ ຄະນະ ວາງແຜນສະພາບແວດລ້ອມ ມະຫາວິທະຍາໄລເຊອູນ ສ. ເກົາຫຼີ ແລະຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ; ໂດຍສະເພາະ ແມ່ນການສ້າງຫົວຂໍ້ການແກ້ໄຂຜັງເມືອງ ໃນນະຄອນຫຼວງວຽງຈັນ. ກິດຈະກໍາດັ່ງກ່າວຈັດຂຶ້ນເພືຶ່ອໃຫ້ນັກສຶກສາໃນລະດັບປະລິນຍາໂທ ໄດ້ມີໂອກາດໄດ້ແລກປ່ຽນບົດຮຽນ ແລະສ້າງຫົວຂໍ້ຄົ້ນຄວ້າຮ່ວມກັນ, ພ້ອມທັງເປັນການເປີດໂອກາດໃຫ້ນັກສຶກສາໄດ້ສ້າງສາຍພົວພັນ, ມີຄວາມສາມັກຄີ ໃນການແລກປ່ຽນຄວາມຮູ້ ປະສົບການລະຫວ່າງ ສອງຄະນະວິຊາ ກໍຄື ສອງມະຫາວິທະຍາໄລໃຫ້ນັບມື້ກວ້າງຂວາງຍິ່ງຂຶ້ນ.

          ພາບບັນຍາກາດ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.