ກະຊວງກະສິກໍາ ແລະປ່າໄມ້ ແລະມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ເນື່ອງໃນໂອກາດ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ

 

ເນື່ອງໃນໂອກາດ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກ ປະຈໍາປີ 2018.  ໃນຕອນເຊົ້າ ວັນທີ 18 ຕຸລາ 2018 ຜ່ານມານີ້, ກະຊວງກະສິກໍາ ແລະປ່າໄມ້ ແລະມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ຂຶ້ນທີ່ ສະໂມສອນ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ພາຍໃຕ້ການເປັນປະທານຂອງທ່ານ ປອ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ, ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປອ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດໄດ້ນໍາສະເໜີປະຫວັດຄວາມເປັນມາ ແລະຄວາມສໍາຄັນຂອງວັນດັ່ງກ່າວ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາ ໂດຍສະເພາະແມ່ນ ການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະການລົບລ້າງຄວາມທຸກຍາກ, ການຮັບປະກັນສະບຽງອາຫານ ການສົ່ງເສີມການຜະລິດສິນຄ້າ ແລະປັບປຸງໂພສະນາການຍົກລະດັບສ້າງບຸກຄະລາກອນ, ດ້ານນະວັດຕະກໍາ ແລະການຄົ້ນຄວ້າວິໄຈໃຫ້ມີຄວາມທັນສະໄໝເພື່ອແນໃສ່ການລົບລ້າງຄວາມທຸກຍາກ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ສະນັ້ນ ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ຈື່ງມີຄວາມສໍາຄັນທີ່ສຸດ ໂດຍແນໃສ່ປຸກລະດົມຂະບວນການຮັກຊາດ ແລະການພັດທະນາ, ຍົກສູງຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ, ແກ້ໄຂ ແລະຟື້ນຟູຜົນກະທົບຈາກໄພພິບັດ, ປູກຈິດສໍານຶກ ແລະເພື່ອເຮັດໃຫ້ວຽກງານຄໍ້າສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກ ແມ່ນໜ້າທີ່ຂອງຄົນທົ່ວປວງຊົນ ສູ້ຊົນລົບລ້າງຄວາມທຸກຍາກ ແລະໄພອຶດຫິວໃຫ້ໄດ້ ພາຍໃນປີ 2030.

ພາຍໃນງານ ຍັງໄດ້ຊົມການວາງສະແດງເຄື່ອງກະສິກໍາ, ອຸດສາຫະກໍາ, ຫັດຖະກໍາ ແລະເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ທີ່ບັນດາກົມຕ່າງໆ ແລະປະຊາຊົນອ້ອມຂ້າງ ນໍາມາວາງສະແດງ ແລະວາງຂາຍ.

          ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.